ທີ່ພິທີປິດ, ຄະນະຈັດຕັ້ງໄດ້ມອບໃບຍ້ອງຍໍຂອງຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ; ໃບຍ້ອງຍໍຂອງສະມາຄົມນັກຂ່າວ ນະຄອນ ຮ່າໂນ້ຍ; ມອບລາງວັນອື່ນຄື: ບົດຂຽນມ່ວນກ່ຽວກັບຮ່າໂນ້ຍ; ໜ້າປົກສື່ສິ່ງພິມງາມທີ່ສຸດ; ຮ້ານວາງສະແດງສື່ສິ່ງພິມສວຍງາມຢູ່ງານບຸນໜັງສືພິມລະດູບານໃໝ່ປີຈໍ ຮ່າໂນ້ຍ 2018.

leftcenterrightdel
ຜູ້ຕາງໜ້າຄະນະຈັດຕັ້ງມອບລາງວັນ A  ໜ້າປົກສວຍງາມໃນງານບຸນໜັງສືພິມລະດູບານໃໝ່ປີຈໍ ຮ່າໂນ້ຍ 2018 ໃຫ້ການນໍາໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: ອວຽນຍີ.

ໜັງສືພິມກອງທັບປະຊາຊົນຫວຽດນາມ ເປັນກຽດແມ່ນໜຶ່ງໃນຈໍານວນ 16 ອົງການສື່ມວນຊົນໄດ້ຮັບໃບຍ້ອງຍໍຂອງຄະນະກໍາມະການປະຊາຊົນນະຄອນ. ສຳລັບລາງວັນໜ້າປົກສວຍງາມໃນງານບຸນໜັງສືພິມລະດູບານໃໝ່ປີຈໍ ຮ່າໂນ້ຍ 2018, ໜັງສືພິມກອງທັບປະຊາຊົນຫວຽດນາມ ຍາດໄດ້ລາງວັນ A. ບົດຂຽນ “ດົນຕີມີໜຶ່ງບໍ່ມີສອງ” ຂອງນັກຂ່າວ ເຕ້ວຟຸກແອງ, ໜັງສືພິມກອງທັບປະຊາຊົນຫວຽດນາມ ຍາດໄດ້ລາງວັນບົດຂຽນມ່ວນກ່ຽວກັບຮ່າໂນ້ຍ.

 

ແປໂດຍ: ເຈິ່ນຮວ່ຽນ