ພັກກອມມູນິດຫວຽດນາມເປັນກຽດສະຫງ່າ!

ອວຍພອນພັກ, ອວຍພອນລະດູບານໃໝ່, ໃນຫຼາຍເສັ້ນທາງຂອງນະຄອນຫຼວງໄດ້ຮັບການປະດັບປະດາດ້ວຍທຸງພັກ, ທຸງຊາດຫວຽດນາມທີ່ປິວສະບັດ. ບັນຍາກາດຄຶກຄື້ນມ່ວນຊື່ນຂອງປະຊາຊົນໃນຊຸມວັນໃກ້ຈະຮອດບຸນເຕັດປີຈໍ 2018 ຄືດັ່ງໄດ້ເພີ່ມເຕີມຄວາມເອກອ້າງທະນົງໃຈເມື່ອດໍາລົງຊີວິດໃນຊຸມປີເດືອນອັນສະຫງ່າອົງອາດຂອງຊາດຜ່ານບັນດາບົດເພງຍ້ອງຍໍສັນລະເສີນພັກທີ່ມີກຽດສະຫງ່າ, ລຸງໂຮ່ ຜູ້ທີ່ຍິ່ງໃຫຍ່, ປະເທດຫວຽດນາມ ທີ່ແສນຮັກ.

ເຂົ້າຮ່ວມລາຍການມີທ່ານນາງ ເຈືອງທິມາຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນ; ພ້ອມກັບບັນດາອົງການທີ່ກ່ຽວຂ້ອງ, ພະນັກງານ, ນັກຮົບ ແລະປະຊາຊົນເປັນຈໍານວນຫຼວງຫຼາຍ.

leftcenterrightdel
ຟ້ອນ ແລະຮ້ອງເພງ “ຫວຽດນາມ ເອີຍ, ລະດູບານໃໝ່ວຽນມາແລ້ວ” ໃນລາຍການສະແດງສິລະປະ. ພາບ: ມີງເຈື່ອງ

ໃນ 88 ປີ ຮ່ວມເດີນທາງພ້ອມກັບປະເທດຊາດ, ພັກກອມມູນິດຫວຽດນາມ ພໍ່ພຽງແຕ່ມາຈາກຂອງຊົນຊັ້ນກໍາມະກອນ, ປະຊາຊົນຜູ້ອອກແຮງງານ ແລະຊາດຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຜູ້ພາທາງ, ສ່ອງແສງເຍືອງທາງເພື່ອໃຫ້ການປະຕິວັດຫວຽດນາມໄປແຕ່ໄຊຊະນະນີ້ເຖິງໄຊຊະນະອື່ນ. ເມື່ອປະສົບກັບຄວາມຫຍຸ້ງຍາກຍິ່ງແຮງເທົ່າໃດ, ພັກກອມມູນິດຫວຽດນາມ ຍິ່ງສະແດງຄຸນນະທາດໝັ້ນຄົງເຂັ້ມແຂງຂອງຜູ້ຊີ້ນໍານຳພາແຮງເທົ່ານັ້ນ, ຕັດສິນໃຈນໍາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທຸກຢ່າງ ເພື່ອໄປຕາມເສັ້ນທາງ ເຊິ່ງ ລຸງໂຮ່ໄດ້ເລືອກເຟັ້ນ: ເອກະລາດແຫ່ງຊາດຕິດພັນກັບສັງຄົມນິຍົມ, ເຮັດໃຫ້ພໍ່ແມ່ປະຊາຊົນເຮົາມີຊີວິດອີ່ມໜໍາສໍາລານ, ມີຄວາມຜາສຸກ.

ບັນດາແບບຢ່າງທີ່ດີ

ປະຫວັດສາດຂອງປະເທດຊາດນັບແຕ່ເມື່ອມີພັກກອມມູນິດຫວຽດນາມ ໄດ້ໃຫ້ກຳເນີດບັນດາຜູ້ທີ່ຈົ່ງຮັກພັກດີບໍ່ຈັກວ່າເທົ່າໃດ, ເຂົາເຈົ້າໄດ້ສະໝັກໃຈອຸທິດຕະຫຼອດຊີວິດຂອງຕົນ ໃຫ້ແກ່ພາລະກິດປົດປ່ອຍປະເທດຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບ.

leftcenterrightdel
ບັນດາຜູ້ແທນ ແລະແຂກຜູ້ມີກຽດພ້ອມກັບຄະນະຈັດຕັ້ງມອບຂອງຂວັນ ໃຫ້ບັນດາອົງການ, ກົມກອງເຮັດໜ້າທີ່ປະຈໍາການກຽມພ້ອມສູ້ຮົບໃນໂອກາດບຸນເຕັດປີຈໍ. ພາບ: ມີງເຈື່ອງ

ແບບຢ່າງທີ່ຍິ່ງໃຫຍ່ທີ່ສຸດ, ເປັນຕົວແທນສູງສົ່ງ, ສວຍງາມທີ່ສຸດຂອງພັກກອມມູນິດຫວຽດນາມທີ່ມີກຽດສະຫງ່າແມ່ນປະທານ ໂຮ່ຈິມິນ, ວິລະຊົນປົດປ່ອຍຊາດ, ນັກວັດທະນະທໍາທີ່ພົ້ົ້ນເດັ່ນ; ແມ່ນພົນເອກ ຫວໍ້ງວຽນຢາບ, ຜູ້ເປັນອ້າຍກົກ, ເປັນຜູ້ບັນຊາການສູງສຸດທີ່ແສນເຄົາລົບຮັກຂອງກອງທັບປະຊາຊົນຫວຽດນາມ, ແມ່ນໜຶ່ງໃນບັນດານາຍພົນທີ່ມີຊື່ສຽງໂດ່ງດັງທີ່ສຸດໃນປະຫວັດການທະຫານໂລກ.

ບັນດາຜູ້ທີ່ຈົ່ງຮັກພັກດີຍາມໃດກໍ່ມີຄວາມໄວ້ເນື້ອເຊື່ອໃຈທີ່ມີຕໍ່ພັກ ແລະປະຕິບັດຄໍາໝັ້ນສັນຍາສັກສິດຕໍ່ລັດ, ປະຊາຊົນຢ່າງສົມບຸນ.

ຍາມໃດກໍ່ໄປຕາມແສງະຫວ່າງເຍືອງທາງຂອງພັກ

ໃນຕະຫຼອດ 88 ປີຜ່ານມາ, ເຖິງວ່າໃນການຕໍ່ສູ້ທີ່ລໍາບາກກາກກໍາ ຫຼື ໃນສະໄໝສັນຕິພາບ, ສ້າງສາ, ພັກກອມມູນິດຫວຽດນາມຍາມໃດກໍ່ຈົດຈໍາ, ເຊື່ອມຊຶມຄໍາສັ່ງສອນຂອງ ລຸງໂຮ່: “ພັກກອມມູນິດຫວຽດນາມບໍ່ມີຜົນປະໂຫຍດໃດນອກເໜືອຜົນປະໂຫຍດຂອງປະເທດຊາດ, ຂອງປະຊາຊົນ”. ຍ້ອນເຫດນັ້ນ, ໃນບໍ່ວ່າໄລຍະປະຫວັດສາດໃດ, ພັກກອມມູນິດຫວຽດນາມ ກໍ່ໄດ້ຮັບຄວາມຊົມຊອບ, ຄວາມນັບຖື ແລະການສະໜັບສະໜູນຈາກປະຊາຊົນ. ຍ້ອນມີແສງສະຫວ່າງເຍືອງທາງຂອງພັກ ແລະລຸງໂຮ່, ທະຫານ ແລະປະຊາຊົນເຮົາຍາດໄດ້ຜົນງານການປະຕິວັດອັນດີງາມຫຼາຍຢ່າງ. ບັນດາຜົນງານຂອງປະເທດຊາດໃນເກືອບ 9 ທົດສະວັດຜ່ານມາ, ພິເສດແມ່ນບັນດາຜົນງານພາຍຫຼັງ  30 ແຫ່ງວັນປ່ຽນແປງໃໝ່, ໃນນັ້ນພົ້ນເດັ່ນແມ່ນບັນດາຜົນງານແຫ່ງການພັດທະນາຮອບດ້ານໃນບັນດາຂົງເຂດການເມືອງ, ເສດຖະກິດ, ວັດທະນະທໍາ, ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ...

ປີ 2017 ຜ່ານມາໄດ້ເພີ່ມກໍາລັງໜູນດ້ານຈິດໃຈ, ຄວາມໄວ້ເນື້ອເຊື່ອໃຈໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາກ້າວໄປສູ່ອະນາຄົດ, ຮ່ວມແຮງຮ່ວມໃຈກໍ່ສ້າງສັງຄົມນິຍົມໃຫ້ສໍາເລັດຜົນ ແລະປົກປັກຮັກສາປະເທດຫວຽດນາມສັງຄົມນິຍົມ ໄວ້ຢ່າງໝັ້ນຄົງ.

leftcenterrightdel
ຟ້ອນ ແລະຂັບຮ້ອງ “ປະເທດຊາດເອີ້ນຊື່ຕົນເອງ” ໂດຍນັກສິລະປິນປະຊາຊົນ ກວາງທໍ້ ແລະໝູ່ນັກຟ້ອນໂຮງລະຄອນດົນຕີກອງທັບສະແດງ. ພາບ: ມີງເຈື່ອງ

ໂດຍໄດ້ຮັບການຈັດຕັ້ງເປັນເທື່ອທີ 3, “ຄວາມໄວ້ເນື້ອເຊື່ອໃຈຕໍ່ພັກ” ແມ່ນລາຍການສະແດງສິລະປະທີ່ຈັບອົກຈັບໃຈ, ສະນັ້ນໄດ້ດຶງດູດນັກສິລະປິນ, ນັກຮ້ອງທີ່ມີຊື່ສຽງໂດງດັ່ງເຂົ້າຮ່ວມ, ຄື: ນັກສິລະປິນປະຊາຊົນ ກວາງທໍ້, ນັັກສິລະປິນດີເດັ່ນ: ຮົ່ງແຮ້ງ, ຈ້ອງເຕີນ, ແອງເທີ....

ລາຍການຍິ່ງມີຄວາມໝາຍກວ່າເມື່ອຄະນະຈັດຕັ້ງໄດ້ມອບຂອງຂວັນໃຫ້ບັນດາອົງການ, ກົມກອງທີ່ເຮັດໜ້າທີ່ກຽມພ້ອມສູ້ຮົບ ແລະຮັບໃຊ້ການຕໍ່ສູ້ເພື່ອບຸນເຕັດແຫ່ງສະຫງົບສຸກຂອງປະເທດຊາດ.

ລາຍການໄດ້ສິ້ນສຸດລົງພາຍຫຼັງຖ່າຍທອດສົດໃນຊ່ອງ VTV1 ( ສະຖານີໂທລະພາບຫວຽດນາມ) ເປັນເວລາ 90 ນາທີ.

ແປໂດຍ: ຫງວຽນກຸກ