ບັນດາການເຄື່ອນໄຫວຂອງງານບຸນລວມມີ: ແນະນໍາອາຊີບຫັດຖະກໍາທີ່ເປັນມູນເຊື້ອຄື: ຖັກສານ, ຕໍ່າສາດ, ແກະຄວັດສະຫຼັກ, ອາຫານການກິນທີ່ເປັນເອກະລັກສະເພາະຂອງຊາດຫວຽດນາມ ເຊິ່ງບັນດານັກສິລະປິນຢູ່ເຂດສວນໝາກໄມ້ທີ່ກວ້າງໃຫຍ່ໄດ້ສະແດງໃນມື້ເປີດ. ຈຸດທີ່ເປັນເອກະລັກສະເພາະຂອງງານບຸນປີນີ້ຍັງມີລາຍການວາດພາບຕະຫຼາດບ້ານນາ ດ້ວຍບັນດາປະເພດສິນຄ້າພື້ນເມືອງ ແລະອາຊີບຕັດຫຍິບຊຸດເສື້ອຍາວທີ່ເປັນປະເພນີ.

leftcenterrightdel
ການສະແດງສິລະປະຂຽນຕົວໜັງສືຈີນ. ພາບ: ຖຸ໋ຍອານ
leftcenterrightdel
ນັກສິລະປິນເຮັດເຂົ້າໜົມພື້ນເມືອງ. ພາບ: ຖຸ໋ຍອານ

ເມື່ອເຂົ້າຮ່ວມລາຍການ, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ຊົມບັນດາຜະລິດຕະພັນກ່ຽວກັບຮູບພາບບຸນປີໃໝ່ປະຈຳຊາດແບບຊົນນະບົດຢູ່ເຂດສວນໝາກໄມ້ທີ່ກວ້າງໃຫຍ່ເທົ່ານັ້ນ, ຫາກຍັງໄດ້ພົບປະ, ແລກປ່ຽນກັບບັນດານັກສິລະປິນທີ່ມາຈາກບັນດາໝູ່ບ້ານອາຊີບຫັດຖະກໍາທີ່ເປັນມູນເຊື້ອຢູ່ນະຄອນ ເກີ່ນເທີ ອີກດ້ວຍ. ນອກຈາກນັ້ນ, ນັກທ່ອງທ່ຽວຍັງໄດ້ຊົມການສະແດງສິລະປະຂຽນຕົວໜັງສືຈີນ, ຮັບຟັງບັນດາການຂັບເດີນກາຕ່າຍຕື, ລິເກ... ແລະເຂົ້າຮ່ວມບັນດາລະຫຼີ້ນພື້ນເມືອງ.

ລາຍການດັ່ງກ່າວຈະດໍາເນີນຮອດວັນທີ 4 ກຸມພາ ຈຶ່ງອັດລົງ. ສະເພາະຮ້ານວາງສະແດງ “ຂຽນຕົວໜັງສືຈີນວັນລະດູບານໃໝ່” ຈະດໍາເນີນຮອດວັນທີ 5 ບຸນປີໃໝ່ປີຈໍ (ໄລ່ຕາມຈັນທະປະຕິທິນ).

 

ແປໂດຍ: ທູຈາງ