ເຂົ້າຮ່ວມພິທີໄຂມີທ່ານພົນຈັດຕະວາ ຮີ່ງຈ໋ຽນຖັ໋ງ, ຫົວໜ້າການເມືອງທະຫານເຂດ 9 ແລະຜູ້ຕາງໜ້າການນໍານະຄອນ ເກີ່ນເທີ. ງານວາງສະແດງແນະນໍາຮູບພາບ, ເອກະສານ, ວັດຖຸພັນພົ້ນເດັ່ນກວ່າ 200 ຢ່າງທີ່ກ່ຽວຂ້ອງເຖິງເຫດການບຸກໂຈມຕີຂະໜາດໃຫຍ່ ແລະລຸກຮືຂຶ້ນຍາມລະດູບານໃໝ່ປີວອກ 1968 ຢູ່ເຂດທົ່ງພຽງແມ່ນໍ້າຂອງ.

leftcenterrightdel
ໄຂງານວາງສະແດງຫົວເລື່ອງສະເພາະ “ບົດເພງໄຊຍາມລະດູບານໃໝ່ປີວອກ 1968”. ພາບ: ຮົ່ງດັງ
leftcenterrightdel
ແນະນໍາຮູບພາບ, ເອກະສານ, ວັດຖຸພັນພົ້ນເດັ່ນທີ່ກ່ຽວຂ້ອງເຖິງເຫດການບຸກໂຈມຕີຂະໜາດໃຫຍ່ ແລະລຸກຮືຂຶ້ນລະດູບານໃໝ່ປີວອກ 1968 ຢູ່ເຂດທົ່ງພຽງແມ່ນໍ້າຂອງ. ພາບ: ຮົ່ງດັງ

ນີ້ແມ່ນບັນດາຮູບພາບ, ເອກະສານ, ວັດຖຸພັນ ໂດຍຫໍພິພິທະພັນປະຫວັດສາດກອງທັບຫວຽດນາມ, ຫໍພິພິທະພັນກໍາລັງປະກອບອາວຸດທະຫານເຂດ 9 ແລະຫໍພິພິທະພັນບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນໍ້າຂອງຄັດເລືອກ, ສະສົມ.

ງານວາງສະແດງຫົວເລື່ອງສະເພາະ “ບົດເພງໄຊຍາມລະດູບານໃໝ່ປີວອກ 1968” ຈະດໍາເນີນຮອດວັນທີ 28 ກຸມພາ ຈຶ່ງອັດລົງ.

ແປໂດຍ: ທູຈາງ