ໃນຊຸມວັນໃກ້ຈະຮອດບຸນປີໃໝ່ປະຈໍາຊາດ, ເມື່ອໄປຕະຫຼາດເຄື່ອງປັ້ນດິນເຜົາ ບາດຈ່າງ, ຄວາມປະທັບໃຈຕໍ່ຫຼາຍຄົນບໍ່ພຽງແຕ່ແມ່ນບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ, ເຊຣາມິກ ທີ່ອຸດົມສົມບູນ, ງາມຕາເທົ່ານັ້ນ, ຫາກນັກທ່ອງທ່ຽວຍັັງໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ຄຶກໂຄມໜາແໜ້ນຂອງບັນດາຜູ້ໄປຕະຫຼາດຊື້ເຄື່ອງຂອງກະກຽມໃຫ້ບຸນເຕັດອີກດ້ວຍ. ຕາມບັນດາເຈົ້າຂອງຮ້ານຂາຍເຄື່ອງຢູ່ຕະຫຼາດເຄື່ອງປັ້ນດິນເຜົາ ບາດຈ່າງ ແລ້ວ, ບັນດາປະເພດສິນຄ້າໄດ້ຮັບການເລືອກເຟັ້ນຈາກຫຼາຍຄົນແມ່ນເຄື່ອງຂອງບູຊາ, ບັນດາຜະລິດຕະພັນຕົບແຕ່ງເຮືອນຊານຄື: ໂຖດອກໄມ້, ພາທາດໃສ່ເຂົ້າໜົມ, ບັນດາຮູບພາບດ້ວຍເຄື່ອງປັ້ນດິນເຜົາ, ເຄື່ອງໃຊ້ໃນເຮືອນຄົວຄື: ຖ້ວຍ, ຈານ...

leftcenterrightdel
ບັນດາຮ້ານຍາມໃດກໍ່ມີຜູ້ຊື້ຢ່າງຄັບຄາໜາແໜ້ນ. ພາບ: ຮ່າມີ
leftcenterrightdel
ນັກທ່ອງທ່ຽວໄປຕະຫຼາດຕາມປົກກະຕິຈະຊື້ເຄື່ອງຂອງສອງສາມຢ່າງເພື່ອເປັນຂອງຂວັນ ຫຼື ໃຊ້ໃນຄົວເຮືອນ.ພາບ: ຮ່າມີ
leftcenterrightdel
ນັກທ່ອງທ່ຽວຊົມບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາທີ່ຍອດຢ້ຽມ.ພາບ: ຮ່າມີ
leftcenterrightdel
ຂ້ັນຕອນປັ້ນເຄື່ອງປັ້ນດິນເຜົາເຮັດໃຫ້ເດັກນ້ອຍຮູ້ສຶກນິຍົມຊົມຊອບ.ພາບ: ຮ່າມີ

 

ແປໂດຍ: ທູຈາງ