ເລື່ອງສ້າງຕັ້ງປ່າສະຫງວນແຫ່ງຊາດ Phia Oac-Phia Đen ແນໃສ່ອະນຸລັກຮັກສາບັນດາລະບົບນິເວດທີ່ເປັນເອກະລັກສະເພາະ, ຊີວະນາໆພັນ; ໃນນັ້ນ, ພິເສດແມ່ນອະນຸລັກຮັກສາ 90 ປະເພດພືດ ແລະ58 ປະເພດສັດມີຄ່າຫາຍາກ; ອະນຸລັກຮັກສາບັນດາຄຸນຄ່າວັດທະນະທໍາ, ທັດສະນີຍະພາບ, ສິ່ງແວດລ້ອມຊີວະພາບຜ່ານບັນດາລາຍການ, ໂຄງການ; ປົກປັກຮັກສາເນື້ອທີ່ປ່າໄມ້ທຳມະຊາດ, ປ່າໄມ້ປູກທີ່ມີໃນປະຈຸບັນທັງໝົດ, ຟື້ນຟູປ່າໄມ້ທໍາມະຊາດ ແລະປູກປ່າໄມ້ເພື່ອຍົກສູງຄຸນນະພາບ ແລະລະດັບປົກຄຸມຂອງປ່າໄມ້ຈາກ 84% ປີ 2016 ໃຫ້ເພີ່ມຂື້ນ  95% ໃນປີ 2030, ສ້າງບັນຍາກາດໃຫ້ແກ່ການດຳລົງຊີວິດສັດ ແລະພືດຊະນິດຕ່າງໆ.

ປ່າສະຫງວນແຫ່ງຊາດ Phia Oac-Phia Đen, ມີເນື້ອທີ່ທໍາມະຊາດທັງໝົດແມ່ນ 10.593,5 ເຮັກຕາຂຶ້ນກັບບໍລິເວນ 5 ຕາແສງ, ເມືອງ ຫງວຽນບີ່ງ, ແຂວງ ກາວບັ່ງ ຕາແສງ ແທ່ງກົງ, ກວາງແທ່ງ, ຟານແທງ, ຮືງດ້າວ ແລະເທດສະບານເມືອງ ຕີ໊ງຕູກ.

ໜ້າທີ່ຂອງປ່າສະຫງວນແຫ່ງຊາດ Phia Oac-Phia Đen ແມ່ນປົກປັກຮັກສາເນື້ອທີ່ປ່າໄມ້ທີ່ມີໃນປະຈຸບັນທັງໝົດ, ພ້ອມທັງຍົກສູງຄວາມສາມາດໃນການປ້ອງກັນປ່າໄມ້ກ່ຽວກັບການຮັກສານໍ້າ, ຈຳກັດການເຊາະເຈື່ອນ, ໄພນ້ຳຖ້ວມ, ປົກປັກຮັກສາສິ່ງ ແວດລ້ອມຊີວະພາບ, ປະກອບສ່ວນທຳການຜະລິດ, ຍົງສູງການດຳລົງຊີວິດຂອງປະຊາຊົນເຂດຕອນລຸ່ມແມ່ນ້ຳໃຫ້ເປັນປົກ ກະຕິ.

leftcenterrightdel
ມຸມໜຶ່ງປ່າສະຫງວນແຫ່ງຊາດ Phia Oac-Phia Đen. ພາບ: ສໍານັກຂ່າວສານຫວຽດນາມ.

ຄຽງຂ້າງນັ້ນ, ການປະຕິບັດນະໂຍບາຍກ່ຽວກັບບໍລິການສິ່ງແວດລ້ອມ, ຈັດຕັ້ງການຄົ້ນຄວ້າວິທະຍາສາດກ່ຽວກັບການອະນຸລັກຮັກສາ, ຈັດຕັ້ງການສຶກສາຍົກສູງຄວາມຮັບຮູ້ຂອງປະຊາຄົມກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະຊີວະນາໆພັນ; ຈັດ ຕັ້ງບັນດາການເຄື່ອນໄຫວຄຸ້ມຄອງປົກປັກຮັກສາ, ອະນຸລັກຮັກສາ ແລະພັດທະນາບັນດາແຫຼ່ງຍີນມີຄ່າຫາຍາກ; ກູ້ຊີບສັດປ່າ; ຄົ້ນຄວ້າວິທະຍາສາດ; ບໍາລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ.

ພ້ອມກັນນັ້ນ, ກໍ່ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບກ່ຽວກັບການທ່ອງທ່ຽວຊີວະພາບ, ທິວທັດທໍາມະຊາດ, ການບໍລິການສິ່ງແວດລ້ອມ ແລະບັນດາຄຸນຄ່າຊີວະນາໆພັນ ເພື່ອເພີ່ມແຫຼ່ງລາຍຮັບໃຫ້ປ່າສະຫງວນແຫ່ງຊາດ, ປະກອບສ່ວນພັດທະນາເສດຖະກິດສັງຄົມໃນເຂດ.

ບັນດາລາຍການເຄື່ອນໄຫວຕົ້ນຕໍຂອງປ່າສະຫງວນແຫ່ງຊາດ ລວມມີ: ລາຍການປົກປັກຮັກສາຊັບພະຍາກອນປ່າໄມ້ ແລະອະນຸລັກຮັກສາຊີວະນາໆພັນ; ລາຍການຟື້ນຟູຊີວະພາບປ່າໄມ້, ລາຍການຄົ້ນຄວ້າວິທະຍາສາດ, ບໍາລຸງສ້າງ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດ, ລາຍການກໍ່ສ້າງພື້ນຖານໂຄງລ່າງຮັບໃຊ້ການອະນຸລັກຮັກສາ; ລາຍການພັດທະນາການທ່ອງທ່ຽວ ແລະການສຶກສາສິ່ງແວດລ້ອມ...

 

ແປໂດຍ: ເຈິ່ນຮວ່ຽນ