ຕອນບ່າຍວັນທີ 7 ມັງກອນ, ຢູ່ບັກກີງ, ປະເທດ ຈີນ, ທ່ານລັດຖະມົນຕີ ຫງວຽນຫງອກທ້ຽນ ໄດ້ມີການພົບປະເຈລະຈາກັບທ່ານລັດຖະມົນຕີ Luo Shugang. ລັດຖະມົນຕີສອງທ່ານໄດ້ພ້ອມກັນຫວນຄືນສະພາບການຮ່ວມມື, ຜັນຂະຫຍາຍແຜນການປະຕິບັດສັນຍາວັດທະນະທໍາສອງປະເທດໄລຍະ 2016-2018, ເນັ້ນໜັກບັນດາໝາກຜົນພົ້ນເດັ່ນໃນວິວັດທະນາການຮ່ວມມື. ໃນນັ້ນ, ປີ 2017 ໄດ້ຮັບຖືວ່າແມ່ນປີຈຸດສູງໃນການພົວພັນແລກປ່ຽນການຮ່ວມມືດ້ານວັດທະນະທໍາ ຫວຽດນາມ-ຈີນ: ການນໍາສອງກະຊວງໄດ້ມີການຢ້ຽມຢາມ ແລະເຮັດວຽກເຊິ່ງກັນ ແລະກັນ, ການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາສິລະປະຫຼາຍຢ່າງໄດ້ຮັບການຈັດຕັ້ງຕິດພັນກັບການຢ້ຽມຢາມຂອງການນໍາຂັ້ນສູງສອງປະເທດ.

leftcenterrightdel
ບັນຍາກາດການພົບປະປະຈໍາປີຄັ້ງທີ 1 ລະຫວ່າງກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ແລະກະຊວງວັດທະນະທໍາຈີນ. ພາບ: ຫວຽດຮືງ

ທີ່ການພົບປະເຈລະຈາ, ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບຖືວ່າຄວນສືບຕໍ່ປະຕິບັດຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງປະເທດກ່ຽວກັບການເພີ່ມທະວີການຮ່ວມມື, ຖືວັດທະນະທໍາເປັນຂົວຕໍ່ມິດຕະພາບລະຫວ່າງປະຊາຊົນສອງປະເທດເປັນຢ່າງດີ. ເສີມຂະຫຍາຍບັນດາໝາກຜົນບັນລຸໄດ້, ສອງຝ່າຍໄດ້ເຫັນດີເປັນເອກະສັນສ້າງຕັ້ງກົນໄກພົບປະປະຈໍາປີລະຫວ່າງການນໍາກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ແລະກະຊວງວັດທະນະທໍາຈີນ; ເອກະພາບທິດທາງການຮ່ວມມືໃໝ່ໃນຂົງເຂດວັດທະນະທໍາໄລຍະ 2019-2021, ຈຸດສຸມແມ່ນຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືປົກປັກຮັກສາມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ, ບໍາລຸງສ້າງສິລະປະ, ພັດທະນາອຸດສາຫະກໍາວັດທະນະທໍາ.

ພາຍຫຼັງການພົບປະເຈລະຈາ, ລັດຖະມົນຕີສອງທ່ານໄດ້ລົງນາມ “ບົດບັນທຶກຊ່ວຍຈໍາການຮ່ວມມືອຸດສາຫະກໍາວັດທະນະທໍາ”.

ໃນເວລາຢູ່ຢ້ຽມຢາມຈີນ, ທ່ານລັດຖະມົນຕີ ຫງວຽນຫງອກທ້ຽນ ຈະຢ້ຽມຢາມ ແລະເຮັດວຽກກັບການນໍາກົມທ່ອງທ່ຽວແຫ່ງຊາດຈີນ; ການນໍາກົມໃຫຍ່ກິລາຈີນ; ຢ້ຽມຢາມສະຖານທູດຫວຽດນາມ ແລະເຂົ້າຮ່ວມພິທີໄຂງານວາງສະແດງຮູບແຕ້ມບຸນປີໃໝ່ປະຈໍາຊາດຫວຽດນາມ-ຈີນ ຢູ່ສະມາຄົມມິດຕະພາບພົວພັນຕ່າງປະເທດປະຊາຊົນ ນະຄອນບັກກີງ, ປະເທດຈີນ.

 

ແປໂດຍ: ກວຽດເຕິມ