ທີ່ນະຄອນ ຍາຈາງ (ແຄ໋ງຮວ່າ), ຂຶ້ນແຊງໜ້ານາງງາມເຂົ້າຮ່ວມປະກວດ 41 ຄົນ, ນາງງາມ H’Nen Nie ມາຈາກແຂວງ ດັ໋ກລັ໋ກ ໄດ້ຮັບຕໍາແໜ່ງນາງງາມຫວຽດນາມ 2017, ກາຍເປັນເຈົ້າຂອງມົງກຸດ Empower ທີ່ມີມູນຄ່າ 2,7 ຕື້ດົ່ງ.

leftcenterrightdel
ນາງງາມ H’Nen Nie ຮັບຕໍາແໜ່ງນາງງາມຈາກນາງງາມ ຟ້າມເຮືອງ. ພາບ: ຫງວຽນວັນ ຕ໋ວນແອງ

ນາງບໍ່ພຽງແຕ່ມີຄວາມສວຍສົດງົດງາມ, ມີຮູບຮ່າງທີ່ແຂງແຮງເທົ່ານັ້ນຫາກນາງງາມ H’Nen Nie, ອາຍຸ 26 ປີ, ມາຈາກໄຕງວຽນຍັງໄດ້ມີຄໍາຕອບຢ່າງເລິກເຊິ່ງໃນການປະກວດພາກສ່ວນການປະພຶດສຸດທ້າຍຂອງຄະນະກໍາມະການອີກດ້ວຍ. ຮອງອັນດັບໜຶ່ງຂຶ້ນກັບນາງງາມ ຮວ່າງທິທຸ່ຍ; ຮອງອັນດັບສອງສະຫງວນໃຫ້ນາງງາມ ເມົາທິແທງທຸຍ.

ນອກຈາກນັ້ນ, ຄະນະຈັດຕັ້ງກໍ່ໄດ້ມອບ 7 ນາມມະຍົດອື່ນຄື: “ນາງງານທີ່ມີຄວາມເກັ່ງກ້າສາມາດ”, “ນາງງາມຊຸດເສື້ອຍາວ”, “ນາງງາມແຫ່ງທະເລ”, “ນາງງາມພາບ”, “ນາງງາມທີ່ມີຄວາມສະໜິດສະໜົມ”...

ແປໂດຍ: ເຈິ່ນຮວ່ຽນ