ຢູ່ເທິງບັນດາເສົາດ້ວຍເຫຼັກ ແລະແຜ່ນໄມ້ແປ້ນນ້ອຍໆ, ແຕ່ດ້ວຍເຕັກນິກທີ່ຄ່ອງແຄ້ວ, ຊັດເຈນ, ບັນດານັກກິລາໄດ້ເຄື່ອນຍ້າຍເຂົ້າແກັບກັນໃນສຽງກອງຢ່າງມີຊີວິດຊີວາ. ບັນດາກິລິຍາທ່າທາງລະມຸນລະມ່ອມ, ໂຍນຮັບທີ່ເຕັມໄປດ້ວຍຄວາມສ່ຽງໄພນັ້ນ, ບໍ່ພຽງແຕ່ສ້າງຄວາມນິຍົມໃຫ້ແກ່ນັກທ່ອງທ່ຽວເທົ່ານັ້ນ, ຫາກຍັງເຮັດໃຫ້ເຂົາເຈົ້າຕົກໃຈອີກດ້ວຍ. ພ້ອມກັນນັ້ນແມ່ນການສະແດງຕີມວຍຢ່າງເຂັ້ມແຂງ, ແຍບຍົນ, ສ້າງຄວາມດູດດື່ມເປັນເອກະລັກສະເພາະ ແລະດູດດຶ່ມໃຫ້ແກ່ສິລະປະຟ້ອນສິງໂຕ-ມັງກອນ.

leftcenterrightdel
 ລາຍການສະແດງຟ້ອນສິງໂຕ - ມັງກອນ ທີ່ງານມະໂຫລານ. ພາບ: ຢຸຍຫງວຽນ

ອ້າຍ ຕຽ໋ນໂລກ, ສະມາຊິກໃນກອງຟ້ອນສິງໂຕ-ມັງກອນ ຊວນຮວາເດື່ອງ ນະຄອນ ໂຮ່ຈິມິນ ໃຫ້ຮູ້ວ່າ: ຢາກຟ້ອນສິງໂຕ-ມັງກອນໃຫ້ໄດ້ນັ້ນ, ບັນດານັກກິລາຕ້ອງຜ່ານການຝຶກຝົນຫຼໍ່ຫຼອມຢ່າງລໍາບາກ, ຈຶ່ງມີຄວາມຄ່ອງແຄ່ວ, ທົນທານ, ຊັດເຈນ ແລະມີຈິດໃຈກ້າຫານ. ບັນດານັກກິລາຕ້ອງມີສຸຂະພາບແຂງແຮງ, ຝຶກແອບທັກສະຢືນເທິງຕີນ, ກົກຂາ, ບ່າໄຫຼ່... ຂອງເພື່ອນຮ່ວມສະແດງເພື່ອປະຕິບັດການລົ້ມຂວ້ຳລົ້ມຫງານ.

ສິລະປະຟ້ອນສິງໂຕ-ມັງກອນ ໄດ້ກາຍເປັນຮູບການດໍາເນີນຊີວິດດ້ານວັດທະນະທໍາພື້ນເມືອງທີ່ເປັນເອກະລັກສະເພາະ, ປະກອບສ່ວນສ້າງຄວາມຮັ່ງມີໃຫ້ສາງວັດທະນະທໍາຂອງຊາດ, ຕອບສະໜອງຄວາມຕ້ອງການຊົມໃຊ້ວັດທະນະທໍາເປັນຫຼາຍຮູບຫຼາຍແບບຂອງນັກທ່ອງທ່ຽວ. ຟ້ອນສິງໂຕ-ມັງກອນ ເຄີຍຈັດຕັ້ງໃນໂອກາດງານບຸນ, ບຸນເຕັດ, ເປີດສະຫຼອງ...ທີ່ງານມະໂຫລານຟ້ອນສິງໂຕ-ມັງກອນນະຄອນ ໂຮ່ຈິມິນ ເປີດກ້ວາງ ຄັ້ງນີ້, ບັນດາທີມເຂົ້າຮ່ວມລ້ວນແຕ່ມີຫົວຄິດປະດິດສ້າງໃນການແນະນຳວັດທະນະທໍາຫວຽດນາມ ຜ່ານແຕ່ລະລາຍການເຖິງນັກທ່ອງທ່ຽວ.

ທ່ານ ມາຍບ໋າຮຸ່ງ, ຮອງຜູ້ອໍານວຍການພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວ ນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ: ເມື່ອທຽບໃສ່ຊຸມປີກ່ອນແລ້ວ, ປີນີ້, ຈໍານວນທີມ, ນັກກິລາເຂົ້າຮ່ວມງານມະໂຫລານ ໄດ້ເພີ່ມຂຶ້ນນັບທັງດ້ານປະລິມານ ແລະຄຸນນະພາບ. ສິ່ງດັ່ງກ່າວສະແດງໃຫ້ເຫັນການພັດທະນາ, ຄວາມດູດດຶ່ມຂອງຟ້ອນສິງໂຕ-ມັງກອນ ສໍາລັບມະຫາຊົນ. ເພື່ອພັດທະນາປະເພດວັດທະນະທໍານີ້, ບັນດາສູນວັດທະນະທໍາເມືອງ, ຫົວໜ່ວຍຕ່າງໆ ໄດ້ມີການລົງທຶນຍົກສູງຂະໜາດ, ຮໍ່າຮຽນ, ແລກປ່ຽນບົດຮຽນ, ຍົກສູງຄຸນນະພາບການສະແດງ, ຄັດເລືອກລາຍການທີ່ເປັນເອກະລັກສະເພາະ ເພື່ອຮັບໃຊ້ປະຊາຊົນໃນໂອກາດບຸນເຕັດ ແລະບັນດາງານບຸນ...ຕອບສະໜອງຄວາມຕ້ອງການຊົມໃຊ້ວັດທະນະທໍາເປັນຫຼາຍຮູບຫຼາຍແບບ ແລະນັບມື້ນັບສູງຂອງປະຊາຊົນຢູ່ນະຄອນ ກໍ່ຄື ນັກທ່ອງທ່ຽວ.

 

ແປໂດຍ: ທູຈາງ