ນັກຖ່າຍຮູບຊາວຝຣັ່ງ Réhahn ຫາກໍ່ໃຫ້ຮູ້ວ່າ, ມີຊາວຫວຽດນາມ ອາໄສຢູ່ Melbourne (ປະເທດ ອົດສະຕາລີ) ຄົນໜຶ່ງໄດ້ຊື້ຮູບ “ຮອຍຍິ້ມເລິກລັບ” ທີ່ມີຊື່ສຽງຂອງທ່ານດ້ວຍລາຄາ 30.000 ໂດລາສະຫະລັດ (ປະມານ 700 ລ້ານດົ່ງ). ຮູບແຜ່ນດັ່ງກ່າວບັນທຶກຈຸດເວລາທີ່ແມ່ເຖົ້າ ຊອງ-ຜູ້ພາຍເຮືອຂົນສົ່ງນັກທ່ອງທ່ຽວບົນແມ່ນ້ຳ ຮວ່າຍ ຢູ່ ໂຮ້ຍອານ ເອົາມືບັງໜ້າ ແລະໜ້າຜາກເມື່ອເຫັນກ້ອງຖ່າຍມຸ່ງຫາຕົນ.

leftcenterrightdel
 ຮູບຖ່າຍ “ຮອຍຍິ້ມເລິກລັບ” ຂອງນັກຖ່າຍຮູບ Réhahn. 

ພາບຖ່າຍດັ່ງກ່າວໄດ້ສ້າງຄວາມປະທັບໃຈດ້ວຍຮອຍຍິ້ມ, ສາຍຕາປະເອີບໃຈ, ເຕັມໄປດ້ວຍຄວາມສຸກໃນໃບໜ້າຫ່ຽວຢົນຂອງຜູ້ເຖົ້າ. ຜູ້ຖ່າຍພາບດັ່ງກ່າວໄດ້ໂອນຈຳນວນເງິນທັງໝົດເຂົ້າກອງທຶນກໍ່ສ້າງຫໍພິພິທະພັັນວັດທະນະທຳ ເກີຕູ ຢູ່ເມືອງ ໄຕຢາງ, ແຂວງ ກວາງນາມ, ເຊິ່ງຄາດຄະເນວ່າຈະເປີດນຳໃຊ້ໃນທ້າຍ ປີ 2018.

 

ແປໂດຍ: ຮຸຍດົງ