ໃນບັນຍາກາດທີ່ເຕັມໄປດ້ວຍສີສັນລະດູບານໃໝ່ຕົ້ນປີ 2018, ເມື່ອມາຢ້ຽມຢາມບ້ານວັດທະນະທໍາ-ທ່ອງທ່ຽວບັນດາຊົນເຜົ່າຫວຽດນາມ (ຕາແສງ ດົ່ງໂມ, ເມືອງ ເຊີນໄຕ, ນະຄອນ ຮ່າໂນ້ຍ), ແຂກທ່ອງທ່ຽວຈະໄດ້ຄົ້ນຫາບັນດາຈຸດວັດທະນະທໍາທີ່ເປັນເອກະລັກສະເພາະຂອງບັນດາຊົນເຜົ່າຢູ່ງານຕະຫຼາດນັດເຂດພູສູງຕົ້ນປີໃໝ່, ດໍາເນີນໃນລະຫວ່າງວັນທີ 30 ທັນວາ ຫາວັນທີ 1 ມັງກອນ 2018.

leftcenterrightdel
 ລາຍການສະແດງເປົ່າແຄນຂອງຊົນເຜົ່າ ມົ້ງ ທີ່ງານຕະຫຼາດນັດ. ພາບ: ຫາຍອ໋ຽນ.

ຕະຫຼາດນັດເຂດພູສູງຕົ້ນປີໃໝ່ມີ 33 ຮ້ານວາງສະແດງ, ແນະນໍາບັນຍາກາດດ້ານວັດທະນະທໍາຕະຫຼາດເຂດພູສູງທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາບັນດາເຜົ່າແຂວງ ດ້ຽນບຽນ, ເຊີນລາ, ຮ່າຢາງ, ກາວບັ່ງ, ຖ໋າຍງວຽນ; ແນະນໍາອາຫານການກິນຊົນເຜົ່າ, ບັນດາອາຫານທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ.

leftcenterrightdel
 ຫຼິ້ນບຸນປີໃໝ່ເຂດ ກູ່ເຕ ຂອງຊົນເຜົ່າ ລາຈີ໋ ຢ່າງເບີກບານມ່ວນຊື່ນ. ພາບ: ຫາຍອ໋ຽນ.

ໃນບັນຍາກາດດ້ານວັດທະນະທໍາງານຕະຫຼາດນັດເຂດພູສູງຕົ້ນປີໃໝ່, ແຂກທ່ອງທ່ຽວ ໄດ້ຮັບຊົມບັນດາລາຍການຂັບລໍາ; ການລະຫຼິ້ນພື້ນເມືອງຂອງປະຊາຊົນບັນດາຊົນເຜົ່າ. ພິເສດ, ງານຕະຫຼາດນັດເຂດພູສູງຕົ້ນປີໃໝ່ໄດ້ວາດພາບເຖິງສິລະປະ-ແຕ້ມລວດລາຍດ້ວຍຂີ້ເຜິ້ງໃສ່ແຜ່ນແພ; ບຸນປີໃໝ່ເຂດ ກູ່ເຕ ຂອງຊົນເຜົ່າ ລາຈີ໋, ເມືອງ ຊີ໋ນເມິ່ນ, ແຂວງ ຮ່າຢາງ...

 

ແປໂດຍ: ຮວ່າງເຈື່ອງ