leftcenterrightdel
ທີມ U19 Viettel ຊະນະນັດທໍາອິດທີ່ການແຂ່ງຂັນ U19 ແຫ່ງຊາດ. ພາບ: qdnd.vn.

ໂດຍໄດ້ຮັບການຕີລາຄາແມ່ນທີມແຂງກວ່າ, ແຕ່ຖືກເສຍຕໍ່ທີມຮວ່າງແອງຢາລາຍ, ທີມ U19 Viettel ໄດ້ຕັດສິນໃຈຍາດໄດ້ 3 ຄະແນນໃນການແຂ່ງຂັນກັບທີມອານຢາງ. ເຖິງວ່າໄດ້ພະຍາຍາມຫຼາຍ, ແຕ່ຍ້ອນຖືກຜົນສະທ້ອນດ້ານຈິດຕະເຮັດໃຫ້ບັນດານັກເຕະ U19 Viettel ບໍ່ສາມາດຍິງເຂົ້າປະຕູທີມອານຢາງ ໄດ້, ເຖິງວ່າຕັງທີ 2, ບັນດານັກເຕະ U19 Viettel ຍັງບໍ່ສາມາດຍິງເຂົ້າປະຕູທີມອານຢາງ ໄດ້. ເຖິງຢ່າງໃດກໍຕາມ, ຮອດນາທີ 60. ກອງໜ້າ U19 Viettel ຍິງໄດ້ 1 ປະຕູ, ອັນໄດ້ເຮັດໃຫ້ສອງທີມສະເໝີກັນ. ຫຼັງຈາກນັ້ນ 4 ນາທີ, ນັກເຕະ ຫງວຽນກວາງຮ໋ຽວ ຍິງໄດ້ຕື່ມອີກ 1 ປະຕູ. ມາຮອດນາທີ 70 ກອງໜ້າ ຄວັດວັນຄາງ ຍິງໄດ້ອີກ 1 ປະຕູ, ຈົບເກມ ທີມ U19 Viettel ຊະນະທີມອານຢາງ 3-1 ປະຕູ. ຊະນະເກມນີ້ໄດ້ເຮັດໃຫ້ທີມ Viettel ເອົາຕົວຂຶ້ນຢືນອັນດັບທີ 2 ຊົ່ວຄາວຢູ່ສາຍ A ການແຂ່ງຂັນ U19 ແຫ່ງຊາດ, ຖັດຈາກທີມຮວ່າງແອງຢາລາຍ.

 

ໂດຍ: ໄຊນີດາ