ຕາມນັ້ນແລ້ວ, ບັນດາອົງການ, ກົມກອງໃນທົ່ວກອງທັບໄດ້ຈັດຕັ້ງບັນດາການເຄື່ອນໄຫວວັນປ້ືມຫວຽດນາມ ຄວນຕິດແທດ, ຕິດພັນໜ້າທີ່ໂຄສະນາ, ສຶກສາດ້ານການເມືອງປີ 2019 ກັບບັນດາການເຄື່ອນໄຫວ, ເຫດການດ້ານການເມືອງຂອງປະເທດ, ກອງທັບ ຄື: ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຄົບຮອບ 44 ປີ; ວັນໄຊຊະນະດ້ຽນບຽນຝູ ຄົບຮອບ 65 ປີ...; ປະຕິບັດຕາມມະຕິກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XII ວ່າດ້ວຍການກໍ່ສ້າງ, ປັບປຸງພັກຕິດພັນກັບການປະຕິບັດຄໍາສັ່ງເລກທີ 05 ຂອງກົມການເມືອງ ແລະຄໍາສັ່ງເລກທີ 87 ຂອງຄະນະປະຈໍາຄະນະພັກການທະຫານສູນກາງ ວ່າດ້ວຍເລື່ອງຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ.

ບັນດາອົງການ, ກົມກອງຄວນຍູ້ແຮງການໂຄສະນາ, ທະວີຄູນບັນດາຮູບແບບທີ່ມີປະສິດທິຜົນ, ບັນດາແບບຢ່າງທີ່ພົ້ນເດັ່ນໃນຂະບວນການອ່ານປື້ມ; ເອົາໃຈໃສ່ເປັນພິເສດໃນການລົງທຶນກໍ່ສ້າງ, ຍົກລະດັບເຄື່ອງອຸປະກອນ, ຂຸດຄົ້ນການນໍາໃຊ້ບັນດາກົດບັນຍັດທາງດ້ານວັດທະນະທໍາຢ່າງມີປະສິດທິຜົນ ຄື: ຫໍສະໜຸດ, ຫ້ອງອ່ານ, ຫ້ອງໂຮ່ຈີມິນ, ຕູ້ປື້ມ... ຮັບໃຊ້ຄວາມຕ້ອງການອ່ານປື້ມຂອງທະຫານ.

ໂດຍ: ໄຊນີດາ