ນີ້ແມ່ນໜຶ່ງໃນບັນດາລາຍການເຄື່ອນໄຫວທີ່ພົ້ນເດັ່ນໃນຂອບເຂດງານບຸນເສື້ອຍາວນະຄອນໂຮ່ຈີິມິນ ຄັ້ງທີ 6 ປີ 2019. ມີກວ່າ 3.000 ຄົນໄດ້ນຸ່ງຊຸດເສື້ອຍາວພ້ອມກັນເຂົ້າຮ່ວມລາຍການເດີນຂະບວນ, ສະແດງຊຸດເສື້ອຍາວຢູ່ຖະໜົນຍ່າງຫງວຽນເຫວ້, ເມືອງ 1 ນະຄອນໂຮ່ຈີມິນ, ສ້າງເປັນຮູບຕົ້ນໄມ້ທີ່ມີອາຍຸຫຼາຍປີ, ປາດຖະໜາຢາກສື່ສານກ່ຽວກັບນະຄອນຂຽວ, ສະອາດ, ຮັກຫອມສັນຕິພາບ ແລະນະຄອນແຫ່ງສາຍຈິດມິດໃຈ; ພ້ອມກັນນັ້ນກໍແມ່ນສານປະກອບສ່ວນຮັກສາ ແລະເສີມຂະຫຍາຍຈຸດຄວາມງາມຂອງເສື້ອຍາວຫວຽດນາມ ໃນປະຊາຄົມ, ຕິດພັນກັບເນື້ອໃນຂອງສານທີ່ສະແດງໃຫ້ເຫັນແຫຼ່ງບັນດາໃຈທີ່ກ່ຽວກັບຈິດໃຈຮັກຊຸດເສື້ອຍາວ. ລາຍການສະແດງໂຊຊຸດເສື້ອຍາວໄດ້ດຳເນີນໄປພ້ອມກັບສຽງດົນຕີທີ່ມີຊື່ວ່າ “ຂ້າພະເຈົ້າຮັກເສື້ອຍາວຫວຽດນາມ” ແລະ “ລະດູບານໃໝ່ຢູ່ນະຄອນໂຮ່ຈີິມິນ”.

leftcenterrightdel
ຫຼາຍພັນຄົນໄດ້ເຂົ້າຮ່ວມເດີນຂະບວນ, ສະແດງໂຊຊຸດເສື້ອຍາວຢູ່ຖະໜົນຍ່າງຫງວຽນເຫວ້, ນະຄອນໂຮ່ຈີມິນ. ພາບ: qdnd.vn.

ງານບຸນເສື້ອຍາວນະຄອນໂຮ່ຈີມິນ ໃນຊຸມປີຜ່ານມາແມ່ນຢັ້ງຢືນໄດ້ເຄື່ອງໝາຍການຄ້າ, ແມ່ນເຫດການວັດທະນະທໍາ-ການທ່ອງທ່ຽວປະຈໍໍາປີ, ແມ່ນໜຶ່ງຜະລິດຕະພັນວັດທະນະທໍາທີ່ເປັນເອກະລັກສະເພາະຂອງນະຄອນ, ໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກບັນດາອົງການສື່ມວນຊົນ, ປະຊາຊົນ, ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດ, ບັນດາວິສາຫະກິດທ່ອງທ່ຽວ.

 

ໂດຍ: ໄຊນິດາ