leftcenterrightdel
ມຸມໜຶ່ງຂອງໝູ່ບ້ານບູຮານ ດົງເຊີນ. ພາບ: baothanhhoa.vn.

ໝູ່ບ້ານບູຮານ ດົງເຊີນ ຕັ້ງຢູ່ແຄມແມ່ນໍ້າ ມ໊າ ເຊິ່ງໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນ 10 ໝູ່ບ້ານບູຮານທີ່ສວຍງາມທີ່ສຸດຂອງຫວຽດນາມ. ປັດຈຸບັນ, ໝູ່ບ້ານດັ່ງກ່າວຍັງຮັກສາໂຄງປະກອບຂອງໝູ່ບ້ານບູຮານໄວ້ໄດ້, ເຂັ້ມຂຸ້ນໄປດ້ວຍຮູບພາບຂອງໝູ່ບ້ານເຂດບ້ານນາພາກເໜືອ. ໝູ່ບ້ານບູຮານມີລະບົບເຂດປູຊະນີຍະສະຖານສາລາ, ວັດວາອາຮາມ, ນໍ້າສ້າງຍັງຢູ່ໃນສະພາບເດີມ. ນີ້ກໍແມ່ນໝູ່ບ້ານທີ່ໄດ້ຮັບການຕີລາຄາວ່າມີ 5 ປັດໄຈຢ່າງຄົບຖ້ວນ ຄື: ເຂດປູຊະນີຍະສະຖານບູຮານຄະດີ, ທັດສະນີຍະພາບ, ປະຫວັດສາດວັດທະນະທໍາ, ຮ່ອງຮອຍປະຕິວັດໃນການຕໍ່ຕ້ານ ແລະສະຖາປັດຕະຍະກໍາ. ລາຍການທ່ອງທ່ຽວຢ້ຽມຊົມໝູ່ບ້ານບູຮານດົງເຊີນ ຈະມີເນື້ອໃນການຢ້ຽມຊົມເຂດປູສະນີຍະສະຖານບູຮານຄະດີ ດົງເຊີນ, ເຂດປູຊະນີຍະສະຖານວັດ ດົງເຊີນ, ບັນດາເຮືອນບູຮານ, ໃນນັ້ນມີທັງເຮືອນທີ່ມີອາຍຸກວ່າ 200 ປີ...

ໂດຍ: ໄຊຊະນະ