ຄຽງຂ້າງບັນດາຂ່າວຄາວທີ່ມີຊື່ “ຮ່າໂນ້ຍ”, “ຫວຽດນາມ” ໃນບັນດາໜ້າເວັບໄຊສາກົນທີ່ໄດ້ປົກຄຸມໄປທົ່ວໂລກກ່ຽວກັບການພົບປະສຸດຍອດຄັ້ງປະຫວັດສາດນີ້, ເຊິ່ງຮູບພາບ ແລະຂໍ້ມູນຂ່າວສານກ່ຽວກັບການທ່ອງທ່ຽວຮ່າໂນ້ຍ, ຫວຽດນາມ ກໍ່ໄດ້ປະກົດອອກຢ່າງຫຼວງຫຼາຍ.

leftcenterrightdel
CNN ໄດ້ຂຽນຂ່າວກ່ຽວກັບການພົບປະສຸດຍອດລະຫວ່າງ ສ.ອາເມລິກາ-ສປປ.ເກົາຫຼີ, ໃນນັ້ນໄດ້ເຕື້ອງເຖິງຮູບພາບຂອງຮ່າໂນ້ຍ. ພາບ: ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ.

ລາຍການໂຄສະນາໃນຊ່ອງໂທລະພາບ CNN ດ້ວຍການຕິດຕາມຂອງຜູ້ຊົມນັບເປັນຫຼາຍຮ້ອຍລ້ານເທື່ອຄົນ; banner ແລະ video ໃນໜ້າຫຼັກ, ຄໍລໍາການເມືອງ, ການທ່ອງທ່ຽວຂອງ CNN ຄາດວ່າມີຜູ້ຊົມນັບຫຼາຍລ້ານເທື່ອຄົນເຂົ້າຊົມພຽງແຕ່ໃນ 4 ວັນດໍາເນີນເຫດການຢູ່ຮ່າໂນ້ຍ. ບັນດາເຄື່ອງໝາຍການຄ້າຂອງຫວຽດນາມ ຄື: Vietnam Airlines, Vingroup ກໍ່ໄດ້ສວຍໂອກາດນີ້ເພື່ອໂຄສະນາເຄື່ອງໝາຍການຄ້າ ແລະການບໍລິການບັນລຸມາດຕະຖານສາກົນຂອງຕົນ, ປະກອບກໍາລັງແຮງພໍສົມຄວນໃຫ້ວຽກງານໂຄສະນາຄວາມສາມາດບົ່ມຊ້ອນ ແລະຄວາມງາມຂອງປະເທດຊາດ.

ໂດຍ: ທະນາພອນ