leftcenterrightdel
ລາຍການສະແດງສິລະປະ. ພາບ: baohatinh.vn.

ກ່າວຄໍາເຫັນທີ່ພິທີ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ: ພາຍຫຼັງກວານຫໍ້ບັກນິງໄດ້ຮັບການຮັບຮອງຈາກ UNESCO, ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນທ້ອງຖີ່ນໄດ້ມີຄວາມມານະພະຍາຍາມອະນຸລັກຮັກສາ ແລະເສີມຂະຫຍາຍມໍລະດົກນີ້ຢ່າງບໍ່ຢຸດຢັ້ງ. ບັນດາການເຄື່ອນໄຫວສິດສອນ, ໂຄສະນາມໍລະດົກໄດ້ຮັບການກໍານົດວ່າແມ່ນໜ້າທີ່ສໍາຄັນ, ເປັນປະຈໍາຂອງຄະນະພັກ, ອໍານາດການປົກຄອງແຂວງ; ລະດົມໄດ້ປະຊາຊົນເຂົ້າຮ່ວມທີ່ນັບມື້ນັບຫຼວງຫຼາຍ. ທ່ານ ຫວູດຶກດາມ ກໍ່ສະເໜີແຂວງບັກນິງ ສືບຕໍ່ປະຕິບັດບັນດາມາດຕະການອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກກວານຫໍ້  ຄື: ໜູນຊ່ວຍ, ເຊີດຊູບັນດາສິລະປະກອນຢ່າງທັນການ; ສ້າງສະຖານທີ່ ເພື່ອໃຫ້ກວານຫໍ້ຄົງຕົວໃນຊີວິດວັດທະນະທໍາຂອງຕົນ; ເສີມຂະຫຍາຍບົດບາດໃຈກາງຂອງປະຊາຊົນໃນວຽກງານອະນຸລັກຮັກສາ...

leftcenterrightdel
ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ໄດ້ມອບໃບຍ້ອງຍໍຈາກທ່ານນາຍົກລັດຖະມົນຕີໃຫ້ແຂວງບັກນິງ. ພາບ: baohatinh.vn.

ເນື່ອງໃນໂອກາດນີ້, ແຂວງບັກນິງ ກໍ່ເປັນກຽດໄດ້ຮັບໃບຍ້ອງຍໍຈາກທ່ານນາຍົກລັດຖະມົນຕີ ໃນວຽກງານອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກກວານຫໍ້ບັກນິງ.

 

ໂດຍ: ກວຽດເຕີມ