ກ່າວຄໍາເຫັນທີ່ພິທີ, ທ່ານ Bertrand Lortholary ເອກອັກຄະລັດຖະທູດຝຣັ່ງປະຈໍາຫວຽດນາມ ເນັ້ນໜັກວ່າ, ການພັດທະນາຕາໜ່າງ Espace France ເປັນພາຫະນະຊ່ວຍໃຫ້ໄວໜຸ່ມສອງປະເທດຫຍັບມໍ່ໆເຂົ້າກັນກວ່າ ແລະນໍາມາບັນດາການເຄື່ອນໄຫວຝຣັ່ງໂກໂຟນີອັນໃກ້ຊິດທີ່ສຸດໃຫ້ແກ່ນັກສຶກສາ. 

leftcenterrightdel
ທ່ານ Bertrand Lortholary ເອກອັກຄະລັດຖະທູດຝຣັ່ງປະຈໍາຫວຽດນາມ (ເບື້ອງຂວາ) ແລະທ່ານປອ. ໂດ໋ມິງຕ໋ວນ - ອະທິການບໍດີມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ  ຢ້ຽມຊົມ Espace France.  ພາບ: ລາມແອງ.

ບັນດາການເຄື່ອນໄຫວຂອງ Espace France ລວມມີ: ໜູນຊ່ວຍບັນດາຄູອາຈານສອນພາສາຝຣັ່ງຂອງ ULIS ແລະບັນດາໂຮງຮຽນມັດທະຍົມຕອນປາຍແຫ່ງຕ່າງໆຢູ່ຮ່າໂນ້ຍ ຜ່ານການການເຄື່ອນໄຫວຈັດຕັ້ງຫ້ອງຮຽນ, ໜູນຊ່ວຍການສິດສອນ; ໜູນຊ່ວຍວຽກງານສິດສອນ ແລະຄຸ້ມຄອງບັນດາ ໂຄງການສຶກສາຂອງສະມາຄົມຄູອາຈານສອນພາສາຝຣັ່ງຮ່າໂນ້ຍ; ສະໜອງຂໍ້ມູນກ່ຽວກັບການໄປຮຽນຢູ່ຝຣັ່ງ; ຈັດຕັ້ງສະໂມສອນວັດທະນະທໍາ ແລະຮູບເງົາຢູ່ທີ່ໂຮງຮຽນ. ທີ່ນີ້, ບັນດາຜູ້ຮັກພາສາຝຮັ່ງສາມາດສໍາຜັດແຫຼ່ງປື້ມ, ໜັງສືພິມ, ວາລະສານ ແລະບັນດາວິທີສິດສອນ, ຮຽນພາສາຕ່າງປະເທດແບບໃໝ່.

ໂດຍ: ໄຊຊະນະ