ການເດີນທາງຄົ້ນຫາເອີລົບຂອງແຂກທ່ອງທ່ຽວແມ່ນເລີ່ມຕົ້ນດ້ວຍການລົງທະບຽນຮັບ “ໜັງສືຜ່ານແດນ” (passport) ເມື່ອມາຮອດ “ຊາຍຄາເອີລົບ” ຢູ່ຖະໜົນຍ່າງໜອງໂຮ່ເກືອມ. ໂດຍມີ “ໜັງສືຜ່ານແດນ” ຢູ່ໃນມື, ແຂກທ່ອງທ່ຽວມີໂອກາດຄົ້ນຫາ 18 ປະເທດເອີລົບໃນຊາຍຄາເອີລົບພິເສດນີ້.

ຜ່ານຮ້ານວາງສະແດງຂາຍສິນຄ້າຂອງແຕ່ລະປະເທດ, ແຂກທ່ອງທ່ຽວຈະຕ້ອງຢຸດເພື່ອຈໍ້າກາ “ເຂົ້າເມືອງ” ແລະຄົ້ນຫາບັນດາຈຸດທີ່ເປັນເອກະລັກສະເພາະຂອງປະເທດນັ້ນ. ແຕ່ລະປະເທດໃນ “ຊາຍຄາເອີລົບ” ນັ້ນໄດ້ນຳມາເຊິ່ງຈຸດທີ່ເປັນເອກະລັກສະເພາະພິເສດເຮັດໃຫ້ແຂກທ່ອງທ່ຽວມີຄວາມຈັບອົກຈັບໃຈທີ່ສຸດ.

leftcenterrightdel
ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດເປັນຈໍານວນຫຼວງຫຼາຍໄດ້ມາເຂົ້າຮ່ວມງານບຸນ Balade en France ຢູ່ຖະໜົນຍ່າງເຂດໜອງໂຮ່ເກືອມ. ພາບ: ສະຖານທູດຝະລັ່ງ ປະຈໍາ ຫວຽດນາມ.

ບໍ່ພຽງແຕ່ເຫຼົ່ານັ້ນ, ບັນດາພວກເພື່ອນໜຸ່ມ, ປະຊາຊົນ ແລະແຂກທ່ອງທ່ຽວສາກົນຍັງໄດ້ຮັບຊົມບັນດາການຂັບຮ້ອງສຽງທອງຂອງບັນດານັກຮ້ອງທີ່ມີຊື່ສຽງທີ່ມາຈາກບັນດາປະເທດເອີລົບນຳອີກ. ມະຫາຊົນມີຄວາມປະທັບໃຈເປັນພິເສດດ້ວຍສາກການສະແດງ acapella ຂອງທິມ Berywam ປະເທດຝະລັ່ງ, ການສະແດງດົນຕີ jazz ຂອງບັນດານັກສິລະປິນທີ່ມາຈາກໂຮນລັງ.

ອ້າຍ ຫງວຽນຕ໊ຽນດາດ ຢູ່ຮ່າດົງ, ຮ່າໂນ້ຍ, ແບ່ງປັນວ່າ: “ສຸດຍອດ! ບໍ່ຕ້ອງໄປໄກກໍ່ໄດ້ເຂົ້າຮ່ວມວັດທະນະທໍາເອີລົບ ອຸດົມສົມບູນທີ່ສຸດ ແລະເປັນເອກະລັກສະເພາະຄືແນວນັ້ນ”.

ຕາມທ່ານ Bruno Angelet ເອກອັກຄະລັດຖະທູດ - ຫົວໜ້າຄະນະປະຕິບັດງານເອີລົບ ປະຈໍາ ຫວຽດນາມ ແລ້ວ, ເລື່ອງຈັດຕັ້ງເຫດການ “ຊາຍຄາເອີລົບ” ເພື່ອແນໃສ່ເຊື່ອມຕໍ່ການພົບປະແລກປ່ຽນ, ນຳເອົາວັດທະນະທໍາເອີລົບ ເຂົ້າໃກ້ກັບຊາວຫວຽດນາມ ກວ່າອີກ. ທ່ານ Bruno Angelet ແບ່ງປັນວ່າ: ຮ່າໂນ້ຍແມ່ນ “ເພັດເມັດໜຶ່ງ” ຂອງອາຊີ.

ຜ່ານບັນດາງານບຸນດັ່ງກ່າວ, ຊາວນະຄອນຫຼວງຮ່າໂນ້ຍ ແລະແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດໄດ້ຮັບປະທານບັນດາເຍື່ອງ “ອາຫານທາງດ້ານຈິດໃຈ” ທີ່ເປັນເອກະລັກສະເພາະຂອງເອີລົບຢູ່ໃຈກາງຮ່າໂນ້ຍ. ບັນດາງານບຸນເອີລົບ ໄດ້ສ້າງຄວາມປະທັບໃຈໄວ້ໃນດວງໃຈຂອງແຕ່ລະຄົນກ່ຽວກັບບັນດາການເຂົ້າຮ່ວມທີ່ບັງເອີນນີ້, ນັບທັງບັນດາອານຸສອນທີ່ເປັນໜ້າຈົດຈໍາ. ສິ່ງດັ່ງກ່າວນີ້ໄດ້ສະແດງໃຫ້ເຫັນວ່າ, ຄວາມຕັດສິນໃຈຂອງຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ກ່ຽວກັບການສ້າງຄຸ້ມຖະໜົນຍ່າງອ້ອມໜອງໂຮ່ເກືອມ ແລະເຂດອ້ອມຂ້າງແມ່ນຖືກຕ້ອງແລ້ວ, ໄດ້ປະກອບສ່ວນໂຄສະນາຮູບພາບຮ່າໂນ້ຍ ເຖິງເພື່ອນມິດສາກົນ, ກໍ່ຄືນຳເອົາໂລກຍັບມໍ່ເຂົ້າໃກ້ກັບຫວຽດນາມ ກວ່າອີກ.

ໂດຍ: ເກື່ອງດັ້ງ