ໃນຂົງເຂດວັດທະນະທຳມີ 5 ເຫດການໄດ້ຮັບການຄັດເລືອກເຊັ່ນ: ງານບຸນຍິງບັ້ງໄຟດອກສາກົນດ່າໜັງ ປີ 2018; ສວນສາທາລະນະທໍລະນີພູຜາແມ່ນ້ຳລຳເຊກາວບັ່ງ ຊຶ່ງໄດ້ອົງການ UNESCO ຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO; ສິລະປະຍຸກປະຈຸບັນທີ່ເປັນເອກະລັກສະເພາະໃນຫໍສະພາແຫ່ງຊາດ; ເປັນຄັ້ງທຳອິດທີ່ພິຈາລະນາມອບນາມມະຍົດ “ນັກສິລະປິນປະຊາຊົນ” ໃນຂົງເຂດມໍລະດົກວັດທະນະທຳນາມມະທໍາ; ຄວາມງາມຫວຽດນາມ ໄດ້ຮັບການຢັ້ງຢືນໃນແຜນທີ່ຄວາມງາມໂລກ.

leftcenterrightdel
ທີມຊາດບານເຕະຫວຽດນາມ ຊະນະເລີດທີ່ການແຂ່ງຂັນບານເຕະ AFF Cup 2018. ພາບ: qdnd.vn.

ໃນຂົງເຂດກິລາມີ 3 ເຫດການທີ່ພົ້ນເດັ່ນ ຄື: ອາຊຽນເກມ 18 ແມ່ນການແຂ່ງຂັນກິລາປະສົບຜົນສໍາເລັດທີ່ສຸດຂອງກິລາຫວຽດນາມ; ທີມຊາດບານເຕະຫວຽດນາມ ຊະນະເລີດທີ່ການແຂ່ງຂັນບານເຕະ AFF Cup 2018 ພາຍຫຼັງລໍຖ້າເປັນເວລາ 10 ປີ;  ເປັນຄັ້ງທຳອິດທີ່ກິລາບານເຕະຫວຽດນາມ ໄດ້ຮັບລາງວັນທີສອງໃນການແຂ່ງຂັນຊິງແຊ໋ມບານເຕະ U23 ອາຊີ.

ໃນຂົງເຂດທ່ອງທ່ຽວມີ 2 ເຫດການເຊັ່ນ: ຂະແໜງທ່ອງທ່ຽວຫວຽດນາມ ຕ້ອນຮັບນັກທ່ອງທ່ຽວສາກົນ 15 ລ້ານຄົນໃນປີ 2018; ເປັນຄັ້ງທຳອິດຫວຽດນາມໄດ້ຮັບລາງວັນສະຖານທີ່ທ່ອງທ່ຽວແຖວໜ້າອາຊີ ປີ 2018 ໂດຍອົງການລາງວັນທ່ອງທ່ຽວໂລກ World Travel Award (WTA) ມອບໃຫ້.

ໂດຍ: ທູຈາງ