ຄໍ່າຄືນວັນທີ 31 ທັນວາ, ນະຄອນຮ່າໂນ້ຍ ຈະຈັດຕັ້ງລາຍການສະແດງສິລະປະທີ່ມີຂອບຂະໜາດໃຫຍ່ຫຼາຍລາຍການດ້ວຍຈຸດເວລານາທີ “ນັບຖອຍຫຼັງ” ຕ້ອນຮັບປີໃໝ່ສາກົນ 2019 ເຊິ່ງຫຼາຍຄົນພວມລໍຄອຍເປັນຕົ້ນແມ່ນໃນເວລາ 22 ໂມງ 00 ນາທີ ຢູ່ເຂດໃຈກາງໜອງ ຮວ່ານກ໊ຽມ - ເຂດອະນຸສາວະລີ ເຈົ້າຊີວິດ ຫຼີ໊ຖ໊າຍໂຕ໋, ຈະຈັດຕັ້ງລາຍການ Countdown 2019; ໃນເວລາ 18 ໂມງ 00 ນາທີ, ຢູ່ສະໜາມຫຼວງ ດົງກິງເຫງັຍທຸກ, ເມືອງຮວ່ານກ໊ຽມ, ບໍລິສັດ BMG ຮ່າໂນ້ຍ ຈໍາກັດຈະຈັດຕັ້ງລາຍການສະແດງສິລະປະ “ຕ້ອນຮັບລະດູບານໃໝ່” ແລະໃນເວລາ 20 ໂມງ 00 ນາທີຢູ່ສະໜາມກິລາຮ່າງເດີ໊ຍ ບໍລິສັດໂຄສະນາ ແລະບໍລິການສື່ສານ ຫວຽດນາມ ຈໍາກັດກໍຈະຈັດລາຍການສະແດງສິລະປະຕ້ອນຮັບປີໃໝ່ສາກົນ 2019.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ເພື່ອເປັນການຕ້ອນຮັບປີໃໝ່ສາກົນ 2019 ຢູ່ບັນດາຢູ່ເມືອງແຫ່ງຕ່າງໆກໍຈະຈັດຕັ້ງລາຍການສະແດງສິລະປະຮັບໃຊ້ມະຫາຊົນ ເພື່ອແນໃສ່ສ້າງບັນຍາກາດເບີກບານມ່ວນຊື່ນໃຫ້ແກ່ປະຊາຊົນ.

ແຫຼ່ງຄັດຈາກ: vovworld.vn.