ນີ້ແມ່ນເຫດການສະຫຼຸບປີ 2018 - ເຊິ່ງແມ່ນປີສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ຝະລັ່ງ (1973 - 2018); 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2013 - 2018).

leftcenterrightdel
ກຸ່ມ Da LAB ສະແດງສິລະປະທີ່ພິທີໄຂງານບຸນຝະລັ່ງ 2018. ພາບ: ສໍານັກຂ່າວສານຫວຽດນາມ.

ງານບຸນຝະລັ່ງ 2018 ແນະນໍາແບບແຜນດໍາລົງຊີວິດ, ອາຫານການກິນຝະລັ່ງ, ກະສິກໍາ, ທັນຍາຫານຂອງຝະລັ່ງ. ນີ້ບໍ່ພຽງແຕ່ແມ່ນເຫດການວັດທະນະທໍາເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ພົບປະແລກປ່ຽນນໍ້າໃຈສາມັກຄີ, ສະນິດຕິດພັນຢ່າງແໜ້ນແຟ້ນລະຫວ່າງຫວຽດນາມ ກັບເພື່ອນມິດສາກົນເວົ້າລວມ, ກັບສາທາລະນະລັດຝະລັ່ງເວົ້າສະເພາະ.

ໂດຍ: ທູຈາງ