ດ້ວຍຄາດໝາຍຍົກສູງຄວາມຮັບຮູ້ກ່ຽວກັບຄວາມສຳຄັນທີ່ມີລັກສະນະທົ່ວໂລກຂອງບັນດາກິດຈະກຳຄົ້ນຄ້ວາແພດສາດ - ຊີວະສາດໃນການສົ່ງເສີມສຸຂະພາບ ແລະປະຕິບັດຄລີນິກ, ກອງປະຊຸມດຶງດູດຜູ້ແທນພາຍໃນ ແລະພາກພື້ນອາຊີຕາເວັນອອກສ່ຽງໃຕ້ກວ່າ 200 ຄົນເຂົ້າຮ່ວມ, ໃນນັ້ນມີສາດສະດາຈານ, ປະລິນຍາເອກ, ບັນດາແພດໝໍຄລີນິກ, ນັກຄົ້ນຄວ້າ, ນັກຊ່ຽວຊານເຕັກນິກແພດສາດ - ຊີວະສາດ ແລະບັນດານັກຊ່ຽວຊານສາທາລະນະສຸກ 25 ຄົນ.

leftcenterrightdel
ຜູ້ແທນມາຈາກບັນດາປະເທດອາຊີ  ເຂົ້າຮ່ວມກອງປະຊຸມ 200 ຄົນ. ພາບ: dantri.com.vn

ທີ່ກອງປະຊຸມ, ບັນດາຜູ້ແທນຈະປຶກສາຫາລືກ່ຽວກັບ 6 ຫົວເລື່ອງທີ່ກ່ຽວຂ້ອງເຖິງການໜູນໃຊ້ຄລີນິກ, ແພດສາດບຸກຄົນ; ຕີລາຄາໄພພິບັດ, ເຕັກນິກແພດສາດ - ຊີວະສາດ, ຂໍ້ມູນໃຫຍ່ ແລະການແພດພື້ນເມືອງ. ໃນລາຍການນີ້, ບັນດານັກວິທະຍາສາດກໍ່ຈະລາຍງານບັນດາຄວາມກ້າວໜ້າໃໝ່ທີ່ສຸດໃນການຄົ້ນຄວ້າການແພດ.

ໂດຍ: ທູຮັ່ງ