ເວທີປາໄສດຳເນີນໃນ 2 ວັນ, ລວມມີ 2 ວາລະປຶກສາຫາລື “ຄວາມຈຳເປັນຕ້ອງສ້າງໂຄງປະກອບຂະແໜງການຄືນໃໝ່ ແລະພັດທະນາການທ່ອງທ່ຽວຫວຽດນາມ ຕາມທິດມີຄຸນນະພາບ, ໝັ້ນຄົງ” ແລະ “ພັດທະນາການທ່ອງທ່ຽວຫວຽດນາມ ໃຫ້ມີຄຸນນະພາບ: ໝັ້ນຄົງ - ວິໄສທັດ 2030”. ດ້ວຍເປົ້າໝາຍແມ່ນຊອກຫາບັນດາມາດຕະການແກ້ໄຂບັນດາບັນຫາສຳຄັນຂອງຂະແໜງການທ່ອງທ່ຽວ, ຄື: ພັດທະນາພື້ນຖານໂຄງລ່າງ ແລະບັນດາຜະລິດຕະພັນການທ່ອງທ່ຽວທີ່ມີຄວາມດຶງດູດ; ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງໃຫ້ແກ່ຂະແໜງ; ຍົກສູງຄວາມສາມາດຄຸ້ມຄອງສະຖານທີ່ທ່ອງທ່ຽວ, ດຶງດູດການລົງທຶນພາຍໃນ ແລະຕ່າງປະເທດ...

leftcenterrightdel
ບັນຍາກາດທີ່ເວທີປາໄສ. ພາບ: doanhnhanviet.net.vn.

ນີ້ແມ່ນເວທີປາໄສກ່ຽວກັບການທ່ອງທ່ຽວທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ດ້ວຍຜູ້ເຂົ້າຮ່ວມເກືອບ 1.500 ຄົນ. ລາຍການມີການຊີ້ນຳ ແລະເຂົ້າຮ່ວມຂອງການນຳລັດຖະບານ, ການນຳກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ. ນອກຈາກການເຂົ້າຮ່ວມຂອງວິສາຫະກິດ ເກືອບ 1.000 ແຫ່ງ, ເວທີປາໄສຍັງມີການເຂົ້າຮ່ວມຂອງນັກຊ່ຽວຊານ, ການນຳຂັ້ນສູງຂອງບັນດາກຸ່ມບໍລິສັດຂອງຫຼາຍປະເທດ, ວິສາຫະກິດໃຫຍ່ໃນຂະແໜງການທ່ອງທ່ຽວ.

ໂດຍ: ທູຮັ່ງ