ດ້ວຍຫົວຂໍ້ “ຂົວຕໍ່ດົນຕີອາຊີ-ເອີລົບ”, Festival ກໍ່ແມ່ນເວທີສິລະປະສະໜິດຕິດພັນບັນດາຊົນຊາດ ໃນພາລະກິດປະດິດດົນຕີມຸ່ງໄປເຖິງຄວາມງາມ. ພາຍຫຼັງພິທີໄຂໄດ້ດໍາເນີນລາຍການດົນຕີປະສານສຽງ ໂດຍຜູ້ບັນຊາວົງດົນຕີ Honna Tetsuji (ຍີ່ປຸ່ນ) ແລະ Zoe Zeniodi (ເກຼັກ) ເປັນຜູ້ບັນຊາ, ດ້ວຍ 11 ບົດປະພັນຂອງບັນດານັກດົນຕີລັດເຊຍ, ເຢຍລະມັນ, ຈີນ, ຟີລິບປິນ, ສະວິດ, ຫວຽດນາມ... ໂດຍວົງດົນຕີປະສານສຽງແຫ່ງຊາດຫວຽດນາມສະແດງ.

leftcenterrightdel
ພາບປະກອບຈາກ: hoinhacsi.vn

ຄືດັ່ງໄດ້ຮູ້ແລ້ວ, ມີນັກດົນຕີ, ນັກສິລະປິນກວ່າ 300 ຄົນທີ່ມາຈາກຫຼາຍປະເທດ ແລະເຂດແຄ້ວນໃນໂລກເຂົ້າຮ່ວມ Festival ດັ່ງກ່າວ.

ໂດຍ: ທູຈາງ