leftcenterrightdel
ບັນດານັກຮຽນທຸກຍາກແຕ່ຮຽນເກັ່ງຂອງໂຮງຮຽນມັດທະຍົມຕອນຕົ້ນຢາເຕິນ ຮັບລົບຖີບຈາກຄະນະຈັດຕັ້ງ. ພາບ: ທູຖຸຍ.

ການສອບເສັງມີນັກຮຽນ 74 ຄົນທີ່ຕາງໜ້າໃຫ້ນັກຮຽນ 400 ຄົນຂອງໂຮງຮຽນມັດທະຍົມຕອນຕົ້ນຢາເຕິນ ເຂົ້າຮ່ວມການເສັງ: ຂ້າມຟອງທະເລ, ເຂົ້າທຽບທ່າ ແລະຕັ້ງຫຼັກໝາຍອະທິປະໄຕ. ຕາມທີ່ໄດ້ຮູ້ແລ້ວ, ນັບແຕ່ປີ 2014 ມາຮອດປະຈຸບັນ, ກອງບັນຊາການຕໍາຫຼວດທະເລຫວຽດນາມ ໄດ້ສົມທົບກັນຈັດຕັ້ງການສອບເສັງ “ນ້ອງຮັກທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ຢູ່ 34 ໂຮງຮຽນມັດທະຍົມຕອນຕົ້ນໃນ 12 ແຂວງ, ນະຄອນໃນທົ່ວປະເທດດ້ວຍການເຂົ້າຮ່ວມຂອງຄູອາຈານ, ນັກຮຽນ, ພໍ່ແມ່ນັກຮຽນກວ່າ 25.000 ຄົນ. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບລາງວັນ 20 ພູດ (1 ລ້ານດົງ/ພູດ) ໃຫ້ຄອບຄົວຜູ້ມີຄຸນງາມຄວາມດີ ແລະຄອບຄົວທຸກຍາກຢູ່ຕາແສງຢາເຕິນ; ມອບລົດຖີບ 10 ຄັນ ແລະທຶນສຶກສາ 20 ທຶນ (1 ລ້ານດົງ/ທຶນ) ໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງຂອງໂຮງຮຽນມັດທະຍົມຕອນຕົ້ນຢາເຕິນ ແລະໂຮງຮຽນປະຖົມຢາເຕິນ...

ໂດຍ: ຫງວຽນກຸກ