leftcenterrightdel
ບັນດາຊຸດເສື້ອຍາວໄດ້ແນະນຳໃນຄັ້ງນີ້. ພາບ: vovworld.vn.

ຕອນຄ່ຳວັນທີ 16 ພະຈິກ, ຢູ່ມະຫາວິທະຍາໄລພາສາສາດສັງລວມແຫ່ງຊາດມົດສະກູ, ນັກອອກແບບຍິງ ມີງແຫ້ງ ເປັນຜູ້ບັນລະຍາຍກ່ຽວກັບ “ວັດທະນະທຳຫວຽດນາມ - ຄຸນຄ່າມູນເຊື້ອຂອງຊຸດເສື້ອຍາວ ແລະຜົນສະທ້ອນເຖິງຊີວິດທັນສະໄໝ”. ນີ້ແມ່ນຄັ້ງທຳອິດຊຸດເສື້ອຍາວຫວຽດນາມ ໄດ້ຮັບການແນະນຳຢູ່ປະເທດລັດເຊຍ ພາຍໃຕ້ການຈັດຕັ້ງຂອງນັກອອກແບບຜູ້ປິຊາສາມາດ.

ນະທີ່ນີ້, ນັກອອກແບບ ມີງແຫ້ງ ໄດ້ແນະນຳປະຫວັດຄວາມເປັນມາຂອງຊຸດເສື້ອຍາວຫວຽດນາມ ແຕ່ຕົ້ນສະຕະວັດທີ XIX, ບັນດາການດັດປັບ, ການປ່ຽນແປງຜ່ານໄລຍະ: “ຂ້າພະເຈົ້າຄິດວ່າ, ຄວນໂຄສະນາຊຸດເສື້ອຍາວຂອງຫວຽດນາມ ແຜ່ລາມອອກສູ່ໄປຢ່າງກ້ວາງຂວາງກ່ວາ. ທຸກຄົນຈະເຫັນໄດ້ຄວາມງາມຂອງຫວຽດນາມ ຜ່ານຊຸດເສື້ອຍາວປະຈຳຊາດ.”

ແຫຼ່ງຄັດຈາກ: vovworld.vn