ທີ່ງານບຸນອາຫານການກິນ, ປະຊາຊົນ ແລະນັກທ່ອງທ່ຽວເຂົ້າຮ່ວມຈະຊອກເຫັນໄດ້ບັນດາເຍື່ອງອາຫານທີ່ມີຊື່ສຽງຂອງຮ່າໂນ້ຍ, ຮ້ານອາຫານທີ່ດຶງດູດແຂກທ່ອງທ່ຽວ ແລະປະຊາຊົນເປັນຈຳນວນຫຼວງຫຼາຍເປັນຕົ້ນແມ່ນຮ້ານຂາຍປັນກວນ ແທງຈີ, ເຂົ້າເໝົ້າ ເມ໊ຈີ ແລະ ຟູໂດ, ຂອງຫວານຟູເທື້ອງ… ຢູ່ເຂດນີ້ຍັງແນະນຳກ່ຽວກັບວັດທະນະທຳຄວາມເປັນມາ, ວິວັດທະນາການພັດທະນາຂອງບັນດາອາຊີບທີ່ເປັນມູນເຊື້ອ; ນັກທ່ອງທ່ຽວເຂົ້າຮ່ວມໃນງານຈະໄດ້ຢ້ຽມຊົມ, ພົບປະແລກປ່ຽນກັບບັນດານັກສິລະປະການກ່ຽວກັບຂັ້ນຕອນການປຸງແຕ່ງບັນດາອາຫານການກິນທີ່ມີຊື່ສຽງຂອງຮ່າໂນ້ຍ.

leftcenterrightdel
ງານບຸນວັດທະນະທຳອາຫານການກິນຮ່າໂນ້ຍ 2018. ພາບ: hanoimoi.com.vn.

ນອກນັ້ນ, ຍັງມີເຂດແນະນຳຜະລິດຕະພັນ, ຮັບປະທານບັນດາເຍື່ອງອາຫານທີ່ແຊບນົວ, ເຊິ່ງເປັນຂອງຕ້ອນພິເສດສະເພາະໂດຍບັນດານັກສິລະປະການ, ພໍ່ຄົວ, ແມ່ຄົວທີ່ມີສີມືດີມາຈາກບັນດາຄອບຄົວເຮັດອາຊີບມາແຕ່ດົນນານປຸງແຕ່ງ. ເຂດນີ້ລວມມີຮ້ານວາງສະແດງ 25 ຮ້ານ, ເຕົ້າໂຮມບັນດາເຍື່ອງອາຫານທີ່ແຊບນົວ, ມີຊື່ສຽງອັນໄດ້ດຶງດູດຜູ້ມາຢ້ຽມຊົມ, ຮັບປະທານອາຫານເປັນຈຳນວນຫຼວງຫຼາຍ.

ນີ້ແມ່ນຄັ້ງທຳອິດທີ່ຮ່າໂນ້ຍ ຈັດງານບຸນວັດທະນະທຳອາຫານການກິນເພື່ອແນໃສ່ແນະນຳ, ໂຄສະນາສິລະປະອາຫານການກິນ, ປະກອບສ່ວນອະນຸລັກຮັກສາບັນດາຄຸນຄ່າມໍລະດົກດ້ານອາຫານການກິນຂອງນະຄອນຫຼວງໄວ້.

ແຫຼ່ງຄັດຈາກ: vovworld.vn