leftcenterrightdel
ພາບປະກອບຈາກ: dantri.com.vn

ງານມະໂຫລານຟ້ອນຕຸກກະຕາສາກົນຄັ້ງທີ V - ຮ່າໂນ້ຍ ປີ 2018 ໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 8 – 15 ຕຸລາ. ເຂົ້າຮ່ວມງານມະໂຫລານປີນີ້ມີບັນດາຫົວໜ່ວຍສິລະປະກອນຟ້ອນຕຸກກະຕາດີເດັ່ນທີ່ມາຈາກທະວີບຕ່າງໆເຊິ່ງລວມມີ 7 ຫົວໜ່ວຍສາກົນ: ກຳປູເຈຍ, ລາວ, ຟິລິບປິນ, ໄທ, ເຂດ Wallonie Bruxelles (ລາຊະອານາຈັກ ແບນຊິກ), ຝລັ່ງ, ບຣາຊິນ ແລະ 4 ຫົວໜ່ວຍສິລະປະຟ້ອນຕຸກກະຕາອາຊີບຂອງປະເທດເຈົ້າພາບ ສສ ຫວຽດນາມ: ໂຮງລະຄອນຟ້ອນຕຸກກະຕາຫວຽດນາມ, ຄະນະສິລະປະຟ້ອນຕຸກກະຕາ ທັງລອງ-ຮ່າໂນ້ຍ; ຄະນະສິລະປະກອນຟ້ອນຕຸກກະຕາຫາຍຟ່ອງ; ຄະນະສິລະປະກອນຟ້ອນຕຸກກະຕາ ນະຄອນໂຮ່ຈິມິນ.

ຄະນະຈັດຕັ້ງຈະເລືອກເຟັ້ນບັນດາລາຍການຟ້ອນທີ່ເປັນເອກະລັກສະເພາະຂອງບັນດາປະເທດເຂົ້າຮ່ວມ ເພື່ອຮັບໃຊ້ປະຊາຊົນຢູ່ແຂວງຫວີງຟຸກ ແລະ ແຂວງນີງບີ່ງ.

ແຫຼ່ງຄັດຈາກ: vovworld.vn