leftcenterrightdel
 ລາຍການສະແດງຕີກອງ Taiko ຂອງບັນດານັກສິລະປິນຍີ່ປຸ່ນ. ພາບ: vnexpress.net.

ງານບຸນ “ຕາເວັນອອກ” ໄດ້ຈັດຕັ້ງຢູ່ສວນຍີ່ປຸ່ນ Sun World Halong Complex, ນະຄອນຮ້າລອງ ດ້ວຍບັນດາການເຄື່ອນໄຫວທີ່ເປັນເອກະລັກສະເພາະຂອງວັດທະນະທຳຍີ່ປຸ່ນ ຄືການແຂ່ງຂັນຕີມວຍປ້ຳ Sumo, ສະແດງຕີກອງ Taiko, ວິທີຊົງຊາ, ອາຫານການກິນ, ຟ້ອນ Yosakoi ພ້ອມດ້ວຍບັນດາການລະຫຼິ້ນພື້ນເມືອງທີ່ດູດດື່ມ. ອ້າຍ ຫງວຽນຮ່ວາງເຟືອງ ແຂກທ່ອງທ່ຽວມາຈາກດ່າໜັງ ແບ່ງປັນວ່າ:

“ຂ້າພະເຈົ້າມີຄວາມເພິ່ງພໍໃຈ ເພາະວ່າມື້ນີ້ເປັນຄັ້ງທຳອິດໄດ້ມາ ຮ້າລອງ ແລະໄດ້ເບິ່ງບັນດານັກປ້ຳ Sumo ແຂ່ງຂັນ. ຂ້າພະເຈົ້າບໍ່ທັນໄດ້ໄປຍີ່ປຸ່ນ ແຕ່ຂ້າພະເຈົ້າມານີ້ກໍ່ເຂົ້າໃຈຕື່ມກ່ຽວກັບວັດທະນະທຳຍີ່ປຸ່ນ ຜ່ານງານບຸນນີ້.”

ງານບຸນແມ່ນການເຄື່ອນໄຫວຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ-ກວາງນິງ ແລະແມ່ນເຫດການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຍີ່ປຸ່ນ.

ແຫຼ່ງຄັດຈາກ vovworld.vn