leftcenterrightdel
ການຟ້ອນລຳວົງລາວ. ພາບ ຂ​ປ​ລ.

ທ່ານ ຄຳພວງ ອິນທະວົງສີ ສິລະປິນແຫ່ງຊາດ,  ຫົວໜ້າກົມສິລະປະການສະແດງໄດ້ກ່າວວ່າ:  ປະເທດລາວເປັນປະເທດທີ່ມີຄວາມອຸດົມຮັ່ງມີທາງດ້ານວັດທະນະທຳ,  ມໍລະດົກວັດທະນະທຳທີ່ເກົ່າແກ່  ແລະຕິດພັນກັບວິຖີຊີວິດການເປັນຢູ່ຂອງຄົນລາວ  ຕັ້ງແຕ່ອະດີດຈົນເຖິງປັດຈຸບັນທີ່ບໍ່ມີວັນຈືດຈາງ ນັ້ນກໍຄືການຂັບ-ລຳ ແຕ່ເໜືອຮອດໃຕ້,  ຈັງຫວະ ແລະທຳນອງຂັບ-ລຳ  ແມ່ນເອກະລັກສະເພາະຕົວຂອງແຕ່ລະທ້ອງຖິ່ນ,  ຈະແມ່ນງານສັງສັນຢູ່ໃນລະດັບໃດກໍຕາມເມື່ອມີສຽງຂັບ-ລຳດັງຂຶ້ນທຸກໆຄັ້ງກໍຈະມີຜູ້ໄປຟ້ອນນຳ,  ​ແຕ່​ໄລຍະ​ຜ່ານ​ມາລີລາທ່າຟ້ອນປະກອບໃສ່ລຳແຕ່ລະແບບ​ແມ່ນຍັງບໍ່ທັນເປັນເອກະພາບກັນແລ້ວແຕ່ຜູ້ຈະຟ້ອນຕາມໃຈຂອງໃຜລາວ.

leftcenterrightdel
ການຟ້ອນລຳວົງລາວ. ພາບ ຂ​ປ​ລ.

ສະນັ້ນເພື່ອໃຫ້ຜູ້ຮຽນບໍ່ເກີດຄວາມສັບສົນວ່າຈະເອົາທ່າໃດຫລືແບບຟ້ອນ​ໃດ​ຈຶ່ງ​ຈະຖືກຕ້ອງເພື່ອຄວາມເປັນເອກະພາບກັນໃນສັງຄົມນັ້ນ, ຊຸດ​ອົບຮົມ​ຄັ້ງ​ນີ້ຈຶ່ງໄດ້ນຳເອົາການຟ້ອນລຳວົງລາວ  ຈຳນວນ 4 ຈັງຫວະມາຝຶກສອນເຊັ່ນ:  ຟ້ອນລຳວົງທ່າເຊີນຊວນ,  ຟ້ອນລຳວົງທ່າຕັ່ງຫວາຍ, ຟ້ອນລຳວົງທ່າສາລະວັນ  ແລະເຕັ້ນບາສະລົບລາວ.

ເນື້ອໃນ: ຂ​ປ​ລ