ຕາມຄະນະຈັດຕັ້ງແລ້ວ, ງານມະໂຫລານໂທລະພາບທົ່ວກອງທັບຄັ້ງທີ XII ຈະຈັດຕັ້ງໃນລະຫວ່າງວັນທີ 16 - 23 ກັນຍາ, ມີ 121 ກົມກອງຈົດທະບຽນເຂົ້າຮ່ວມດ້ວຍ 318 ບົດປະພັນ, ໃນນັ້ນມີສາລະຄະດີ 149 ບົດ, ຮູບເງົາເອກະສານ 58 ບົດ, ສາລະຄະດີຫົວເລື່ອງສະເພາະກ່ຽວກັບວິທະຍາສາດ-ການສຶກສາດ້ານປ້ອງກັນຊາດ 13 ບົດ ແລະ 98 ລາຍການ “ທົ່ວປວງຊົນປ້ອງກັນຊາດ”, “ເພື່ອອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ”. ນີ້ແມ່ນຄັ້ງທຳອິດທີ່ໜັງສືພິມກອງທັບປະຊາຊົນເຂົ້າຮ່ວມງານມະໂຫລານດ້ວຍ 3 ບົດປະພັນໂທລະພາບ.

leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: dantri.com.vn.

ນອກຈາກນັ້ນ, ງານມະໂຫລານຍັງຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ຄື: ມອບເຮືອນແຫ່ງສາຍຈິດມິດໃຈ 5 ຫຼັງຢູ່ແຂວງຕ່ຽນຢາງ, ຊ໋ອກຈັງ ແລະເກີ່ນເທີ; ມອບຂອງຂວັນໃຫ່ບັນດາຄອບຄົວເປົ້າໝາຍນະໂຍບາຍ; ຈັດຕັ້ງການກວດ, ປິ່ນປົວພະຍາດ, ສະໜອງຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ນະຄອນເກີ່ນເທີ.

ໂດຍ: ທູຮັ່ງ