ເຂົ້າຮ່ວມລາຍການ, ຝ່າຍຫວຽດນາມ ມີທ່ານ ຟ້າມມິງຈິ໋ງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ຍີ່ປຸ່ນ; ທ່ານພົນໂທ ໂຕເລິມ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງຕໍາຫຼວດ ພ້ອມດ້ວຍຜູ້ຕາງໜ້າການນໍາບັນດາກະຊວງ, ຂະແໜງການ... ສ່ວນຝ່າຍຍີ່ປຸ່ນ ມີທ່ານ Ryotaro Sugi ເອກອັກຄະລັດຖະທູດພິເສດຍີ່ປຸ່ນ - ຫວຽດນາມ,  ຫວຽດນາມ - ຍີ່ປຸ່ນ; ທ່ານ Umeda Kunio ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມຍີ່ປຸ່ນ ປະຈໍາ ຫວຽດນາມ...

leftcenterrightdel
 
leftcenterrightdel
ບັນດາລາຍການສະແດງສິລະປະ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ເຫດການ, ທ່ານ ເລຮວ່າຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Ryotaro Sugi ເອກອັກຄະລັດຖະທູດພິເສດຍີ່ປຸ່ນ - ຫວຽດນາມ, ຫວຽດນາມ - ຍີ່ປຸ່ນ ໄດ້ພ້ອມກັນຮັບຮູ້ວ່າ: ຄວາມຄ້າຍຄືກັນດ້ານວັດທະນະທໍາ, ບັນດາສາຍກ່ຽວພັນໃນປະຫວັດສາດແມ່ນພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາສາຍພົວພັນລະຫວ່າງສອງປະເທດ. ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ໄດ້ມີການເຄື່ອນໄຫວສະເຫຼີມສະຫຼອງທີ່ມີຄວາມໝາຍຫຼາຍຢ່າງໄດ້ຮັບການຈັດຕັ້ງຢູ່ສອງປະເທດ, ໃນນັ້ນມີງານຄອນເສີດຫວຽດນາມ - ຍີ່ປຸ່ນ ຢູ່ຫວຽດນາມ. ນີ້ແມ່ນເຫດການທີ່ເຮັດໃຫ້ຄວາມສະໜິດຕິດພັນເລິກເຊິ່ງກວ່າ, ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ - ຍີ່ປຸ່ນ.

leftcenterrightdel
ທ່ານ ເລແຄ໋ງຫາຍ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ມອບຫຼຽນກາທີ່ລະນຶກໃຫ້ບັນດານັກສິລະປິນຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ງານຄອນເສີດ, ທ່ານ ເລແຄ໋ງຫາຍ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ໄດ້ມອບຫຼຽນກາທີ່ລະນຶກ; ທ່ານ ເຈິ່ນບິ່ງມິງ ຜູ້ອໍານວຍການໃຫຍ່ສະຖານີໂທລະພາບຫວຽດນາມ ແລະທ່ານ ເລຮວ່າຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມອບຂອງຂວັນທີ່ລະນຶກໃຫ້ບັນດານັກສິລະປິນຍີ່ປຸ່ນ ທີ່ເຂົ້າຮ່ວມລາຍການ.

ໂດຍ: ໄຊຊະນະ