leftcenterrightdel
ບັນດາແພດໝໍຂອງຍີ່ປຸ່ນ ປະຕິບັດການຜ່າຕັດຫົວໃຈໂດຍກົງໃຫ້ຄົນເຈັບທີ່ພວມປິ່ນປົວຢູ່ໂຮງໝໍເສນາຮັກ 175. ພາບ: qdnd.vn

ສອງຝ່າຍໄດ້ແລກປ່ຽນ, ຮ່ວມມືກ່ຽວກັບບັນດາຂະແໜງແພດສາດ; ສົມທົບກັນບຳລຸງສ້າງ, ຖ່າຍທອດເຕັກນິກໃໝ່, ກ້າວໜ້າໃນການປິ່ນປົວບັນດາພະຍາດກ່ຽວກັບການຕິດແປດ, ຜ່າຕັດຕົບແຕ່ງ, ພະຍາດຫົວໃຈເສັ້ນເລືອດ, ມະເຮັງ... ບັນດາແພດໝໍໜຸ່ມສອງປະເທດຈະເຂົ້າຮ່ວມບັນດາຊຸດຝຶກອົບຮົມ, ຊຸດຮຽນໄລຍະສັ້ນທີ່ໂຮງໝໍເສນາຮັກ 175 ແລະໂຮງໝໍ Juntendo... ຄະນະແພດໝໍ, ນັກຊ່ຽວຊານດ້ານສາທາລະນະສຸກຂອງຍີ່ປຸ່ນ ຕີລາຄາສູງການເຄື່ອນໄຫວກວດ, ປິ່ນປົວພະຍາດ, ແຜນຜັງພັດທະນາ, ການລົງທຶນຢ່າງເລິກເຊິ່ງໃຫ້ແກ່ການເຄື່ອນໄຫວຄົ້ນຄວ້າວິທະຍາສາດ, ນຳໃຊ້ເຕັກນິກດ້ານການແພດໃໝ່ເຂົ້າໃນການປິ່ນປົວພະຍາດຂອງໂຮງໝໍເສນາຮັກ 175. ຄະນະແພດໝໍໃຫ້ຄຳໝັ້ນສັນຍາວ່າຈະຍູ້ແຮງບັນດາການເຄື່ອນໄຫວ, ລາຍການໃຫ້ລະອຽດ. ພາຍຫຼັງການເຮັດວຽກ, ບັນດາແພດໝໍຂອງຄະນະຍີ່ປຸ່ນໄດ້ປະຕິບັດການຜ່າຕັດຫົວໃຈໂດຍກົງໃຫ້ຄົນເຈັບຜູ້ໜຶ່ງທີ່ພວມປິ່ນປົວຢູ່ໂຮງໝໍເສນາຮັກ 175.

ໂດຍ: ທູຮັ່ງ