leftcenterrightdel
ອ່າວຮ້າລອງ. ພາບ: anninhthudo.

ໜັງສືພິມ Newsweek ຂອງອາເມລິກາ ຫາກໍ່ຍົກອອກບັນຊີລາຍຊື່ 100 ມໍລະດົກສວຍງາມທີ່ສຸດຢູ່ໃນໂລກທີ່ໄດ້ຮັບຮອງຈາກ UNESCO, ລວມມີບັນດາສິ່ງມະຫັດສະຈັນທຳມະຊາດ ແລະທຽມຢູ່ທຸກແຫ່ງໃນໂລກ. ອ່າວຮ້າລອງຂອງຫວຽດນາມ ຖືກຈັດອັນດັບທີ 14.

ຕາມໜັງສືພິມ Newsweek ແລ້ວ, ອ່າວຮ້າລອງ ນອນໃນອ່າວພາກເໜືອ, ລວມມີເກາະໃຫຍ່ ແລະນ້ອຍປະມານ 1.600 ເກາະ, ສ້າງທັດສະນີຍະພາບສວຍງາມທີ່ສຸດດ້ວຍບັນດາຫີນປູນ. ຍ້ອນລັກສະນະທຳມະຊາດ, ບັນດາເກາະເກືອບທັງໝົດລ້ວນແຕ່ບໍ່ມີຄົນດຳລົງຊີວິດ ແລະບໍ່ຖືກຜົນສະທ້ອນຈາກຄົນ.

ສາມມໍລະດົກຖືກຈັດອັນດັບແຖວໜ້າໃນບັນຊີລາຍຊື່ແມ່ນ Angkor Wat ຂອງ ກຳປູເຈຍ, Venice ຂອງ ອີຕາລີ ແລະປະກາລັງ Great Barrier ຂອງ ອົດສະຕາລີ.

ແປໂດຍ: ທູຮັ່ງ