leftcenterrightdel
ກໍລະນີຍາດບານຢ່າງຂ້ຽວຂາດລະຫວ່າງທີມ  U.17 Viettel  ແລະທີມ U.17  ຊົງລາມເງະອານ. ພາບ: ຫາຍດັງ.

ຕອນບ່າຍວັນທີ 6 ກໍລະກົດ, ຢູ່ສູນບໍາລຸງສ້າງນັກເຕະບານໜຸ່ມ PVF (ແຂວງ ຮືງອຽນ) ໄດ້ດໍາເນີນຮອບຊິງຊະນະເລີດໃນການແຂ່ງຂັນບານເຕະ U.17 ແຫ່ງຊາດປີ 2018. ທີມ  U.17 Viettel  ໄດ້ເອົາຊະນະທີມ U.17  ຊົງລາມເງະອານ ດ້ວຍປະຕູ 3-1. ໃນນັດແຂ່ງຂັນນີ້ຄູຝຶກ ຫງວຽນມີງຕ໋ຽນ ແລະບັນດານັກເຕະບານໄດ້ເປັນເຈົ້າການບຸກໂຈມຕີຄອງບານ, ສ້າງກາລະໂອກາດຫຼາຍຢ່າງຢູ່ປະຕູຂອງທີມ U.17 ຊົງລາມເງະອານ. ກ່ອນໜ້ານັ້ນຢູ່ຮອບຮອງຊະນະເລີດ, ທີມ U.17  Viettel ໄດ້ເອົາຊະນະທີມ PVF ດ້ວຍປະຕູ 1-0; ທີມ U.17  ຊົງລາມເງະອານໄດ້ເອົາຊະນະທີມ SHB ດ່ານັ້ງ ດ້ວຍປະຕູ 1-0. ນີ້ແມ່ນຄັ້ງທໍາອິດທີ່ທີມ U.17 Viettel ຄວ້າໄດ້ແຊັມໃນການແຂ່ງຂັນບານເຕະ U.17 ແຫ່ງຊາດ.

ແປໂດຍ: ຫງວຽນກຸກ