leftcenterrightdel
ມູມໜຶ່ງຂອງງານວາງສະແດງໄດ້ດຶງດູດແຂກມາຊົມ. ພາບ: ຮວ່າງຮວ່າງ.

ພາບແຕ້ມ 25 ແຜ່ນຂອງຈິດຕະກອນ 13 ຄົນ ແລະກຸ່ມຈິດຕະກອນ ຫວຽດນາມ-ສ. ເກົາຫຼີ ເຂົ້າຮ່ວມງານວາງສະແດງດ້ວຍຮູບການຫຼາຍຮູບຫຼາຍແບບເຊິ່ງລວມມີຈິດຕະກໍາ, ການຈັດວາງ, ວິດີໂອສິລະປະ... ງານວາງສະແດງໄດ້ແນະນໍາມູມມອງກ່ຽວກັບການຫັນປ່ຽນຢ່າງວ່ອງໄວຂອງສັງຄົມສອງປະເທດໃນຕະຫຼອດ 30 ປີຜ່ານມາ, ພິເສດແມ່ນບັນດາການຫັນປ່ຽນທີ່ປະກົດຂຶ້ນໃນວິວັດການຫັນເປັນອຸດສາຫະກໍາ, ທັນສະໄໝ. ໃນຂອບເຂດງານວາງສະແດງ, ຕອນບ່າຍວັນທີ 5 ກໍລະກົດ, ບັນດາຈິດຕະກອນ ຫວຽດນາມ ແລະສ. ເກົາຫຼີ ໄດ້ມີການໂອ້ລົມ, ແບ່ງປັນກັບແຂກທີ່ມາຢ້ຽມຊົມກ່ຽວກັບພາບແຕ້ມ ແລະແລກປ່ຽນທ່າອ່ຽງວິຈິດສິນທັນສະໄໝ.

 

ແປໂດຍ: ເກື່ອງດັ້ງ