ຈຸດພົ້ນເດັ່ນຂອງການທ່ອງທ່ຽວພາກເໜືອ

ແຂວງ ນີງບິ່ງ ໄດ້ຮັບການຕີລາຄາວ່າແມ່ນສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກສະເພາະ: ມີຄຸນຄ່າພົ້ນເດັ່ນກ່ຽວກັບຊັບພະຍາກອນທ່ອງທ່ຽວ. ປີ 2017, ແຂວງ ນີງບິ່ງ ຕ້ອນຮັບແຂກທ່ອງທ່ຽວ 7 ລ້ານເທື່ອຄົນ, ເພີ່ມຂຶ້ນ 9,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ຕາມທ່ານ ບຸ່ຍແທ່ງດົງ-ຜູ້ອໍານວຍການພະແນກທ່ອງທ່ຽວແຂວງ ນີງບິ່ງ ແລ້ວ-ໃນປີ 2018 ແຂວງຈະສູ້ຊົນເພື່ອຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ 7,2 ລ້ານເທື່ອຄົນດ້ວຍລາຍຮັບຄາດວ່າບັນລຸໄດ້ 2.700 ຕື້ດົ່ງ.

leftcenterrightdel
ທ່າເຮືອຮັບໃຊ້ການຢ້ຽມຊົມກຸ່ມທັດສະນີຍະພາບ ຈ່າງອານ. ພາບ: ກົງຮຸ່ງ.

ກຸ່ມທັດສະນີຍະພາບ ຈ່າງອານ ມີເຂດປູຊະນີຍະສະຖານປະຫວັດສາດ, ສະຖາປັດຕະຍະກຳສິລະປະ ແລະທັດສະນີຍະພາບ 40 ແຫ່ງ, ໄດ້ຮັບການຈັດອັນດັບ, ດ້ວຍ 18 ປູຊະນີຍະສະຖານລະດັບແຂວງ ແລະ 20 ປູຊະນີຍະສະຖານລະດັບຊາດ. ປະຈຸບັນ ຈ່າງອານ ໄດ້ຂຸດຄົ້ນ 3 ລາຍການທ່ອງທ່ຽວທາງນໍ້າດ້ວຍລວງຍາວນັບຫຼາຍສິບກິໂລແມັດທີ່ຂ້າມຫຼາຍຖໍ້າຫີນ. ລາຍການທ່ອງທ່ຽວທີ 3 ຢູ່ກຸ່ມທັດສະນີຍະພາບ ຈ່າງອານ ໄດ້ນໍາເຂົ້າຂຸດຄົ້ນຢ່າງເປັນທາງການກໍ່ແມ່ນບາດກ້າວທໍາອິດໃນແຜນການເພີ່ມຈໍານວນແຂກທ່ອງທ່ຽວ, ດຶງດູດຄວາມເອົາໃຈໃສ່, ການຄັດເລືອກໃຫ້ແກ່ແຂກທ່ອງທ່ຽວ. ດ້ວຍເວລາ 3 ຊົ່ວໂມງ, ຢູ່ສະຖານທີ່ໃໝ່ນີ້ແຂກທ່ອງທ່ຽວມີໂອກາດໄດ້ຢ້ຽມຊົມ 3 ຖໍ້າ (ຖໍ້າໄມ, ຖໍ້າເວິນ, ຖໍ້າດ້າຍ)...

ທ່ານນາງ ຫງວຽນແທງຈາງ, ຫົວໜ້າຫ້ອງດຳເນີນທຸລະກິດບໍລິສັດທ່ອງທ່ຽວ C - Vietnam Travel ໃຫ້ຮູ້ວ່າ, ແຂວງ ນີງບິ່ງ ພວມໄດ້ຮັບຄວາມເອົາໃຈໃສ່, ການຊອກຫາຂອງແຂກທ່ອງທ່ຽວສາກົນຫຼາຍຄົນ.

ຄວນປ່ຽນແປງໃໝ່, ປະຕິບັດຢ່າງເຂັ້ມງວດ ເພື່ອປັບປຸງ

leftcenterrightdel
ແຂກທ່ອງທ່ຽວຢ້ຽມຊົມ ຈ່າງອານ. ພາບ: ຮວ່າງແອງ.

ເຖິງວ່າ UNESCO ໄດ້ຮັບຮອງເອົາ ຈ່າງອານ ເປັນມໍລະດົກວັດທະນະທໍາ ແລະທໍາມະຊາດໂລກທີ່ອີງຕາມ 3 ມາດຕະຖານວັດທະນະທໍາ, ຄວາມສວຍງາມ ແລະພູມສັນຖານກໍ່ຕາມ, ແຕ່ຫຼາຍວິສາຫະກິດທ່ອງທ່ຽວພັດສະແດງທັດສະນະວ່າ, ແຂວງ ນີງບິ່ງ ຍັງບໍ່ທັນເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວໃຫ້ໝົດເທື່ອ, ພິເສດແມ່ນໃນການສະແດງໃຫ້ເຫັນເປັນສະຖານທີ່ທ່ອງທ່ຽວທີ່ປອດໄພ, ສີວິໄລ, ສະໜິດສະໜົມ ແລະຮັກແພງແຂກຄົນ.

 

ແປໂດຍ: ຫງວຽນກຸກ