leftcenterrightdel
ບັນຍາກາດທີ່ກອງປະຊຸມສຳມະນາ. ພາບ:bvhttdl.gov.vn.

ໂຄງການວິໄສທັດທົ່ວໂລກ ແມ່ນໂຄງການໃຫຍ່ຂອງ IFLA, ດຶງດູດການເຂົ້າຮ່ວມຂອງພະນັກງານຫໍສະໝຸດທີ່ມາຈາກ 213 ປະເທດ ແລະພາກພື້ນຢູ່ໃນໂລກເປັນຈຳນວນຫຼວງຫຼາຍ.  ກອງປະຊຸມສຳມະນາຄັ້ງນີ້ໂດຍ ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງ, ເພື່ອແນໃສ່ສຳເລັດບັນດາເປົ້າໝາຍເປັນຢ່າງດີ ເຊິ່ງໂຄງການໄດ້ວາງອອກ: ເພີ່ມທະວີສາຍພົວພັນໃນຂົງເຂດຫໍສະໝຸດ; ຊ່ວຍກຳນົດບັນດາສິ່ງທ້າທາຍ ແລະກາລະໂອກາດໃນອະນາຄົດ, ບັນດາການເຄື່ອນໄຫວບຸລິມະສິດ ເພື່ອຕອບສະໜອງບັນດາການປ່ຽນແປງຢ່າງວ່ອງໄວໃນສັງຄົມ; ພ້ອມກັນປະກອບສ່ວນກໍ່ສ້າງຂະແໜງການ, ສ້າງກຳລັງແຮງ ແລະຄວາມເປັນເອກະພາບໃນການກະທຳເພື່ອມອບສິດໃຫ້ສັງຄົມໄດ້ຮັບການເຜີຍແຜ່ຂໍ້ມູນຂ່າວສານ ແລະມີການເຂົ້າຮ່ວມຂອງມະຫາຊົນເປັນຈຳນວນຫຼວງຫຼາຍ.

ແປໂດຍ: ທູຮັ່ງ