leftcenterrightdel
ທ່ານ ເຈິ່ນຫງອັກອານ ເອກອັກຄະລັດຖະທູດຫວຽດນາມ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງລຸງໂຮ່ ຢູ່ London. ພາບ: Vietnam+

ພະນັກງານ, ພາລະກອນສະຖານທູດ, ບັນດາອົງການຕາງໜ້າຫວຽດນາມ, ນັກຮຽນ, ນັກສຶກສາ ພ້ອມກັບຜູ້ຕາງໜ້າຊາວຫວຽດນາມອາໄສຢູ່ ອັງກິດ ເປັນຈຳນວນຫຼວງຫຼາຍ ໄດ້ເຂົ້າຮ່ວມພິທີຖະຫວາຍດອກໄມ້ຢູ່ອາຄານ ນິວຊີແລນ ເຊິ່ງໄດ້ຮັບການກໍ່ສ້າງບົນພື້ນທີ່ຂອງໂຮງແຮມ Carlton ທີ່ມີຊື່ສຽງໄລຍະໜຶ່ງ ຢູ່ໃຈກາງນະຄອນຫຼວງ ລອນດອນ, ສະຖານທີ່ ເຊິ່ງປະທານ ໂຮ່ຈິມິນ ເຄີຍເຮັດວຽກຢູ່ ອັງກິດ ໃນໄລຍະປີ 1913 -1917.

ໃນວັນດ່ຽວກັນ, ພິທີສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈິມິນ ແລະ 70 ປີແຫ່ງວັນປະທານ ໂຮ່ຈິມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ ໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງ Maputo ປະເທດ ໂມຊຳບິກ ຢ່າງສົມກຽດ.

ແປໂດຍ: ທູຮັ່ງ