leftcenterrightdel
ພາບປະກອບຄັດຈາກ: dangcongsan.vn.

ບັນດາບົດຂຽນເຂົ້າຮ່ວມການແຂ່ງຂັນສະແດງຄວາມຮູ້ສຶກ  ແລະຄວາມປະທັບໃຈພິເສດກ່ຽວກັບທັດສະນີຍະພາບທີ່ສວຍງາມ, ຜູ້ຄົນ ແລະບັນດາສະຖານທີ່ຈັບອົກຈັບໃຈ ແລະເປັນເອກະລັກສະເພາະຂອງການທ່ອງທ່ຽວແຂວງກວາງນິງ; ສ່ອງແສງໃຫ້ເຫັນກ່ຽວກັບຄວາມງາມໃນການກະທໍາ, ວຽກງານລະອຽດ, ໃນການປະພຶດທີ່ມີສິວິໄລ, ສຸພາບຂອງຊາວທ້ອງຖິ່ນ ກໍ່ຄື ບັນດາຜູ້ເຮັດວຽກໂດຍກົງໃນຂົງເຂດການທ່ອງທ່ຽວ, ບັນດາວິສາຫະກິດທ່ອງທ່ຽວໃນບໍລິເວນແຂວງກວາງນິງ. ຊາວຫວຽດນາມ ທຸກຄົນ ລ້ວນແຕ່ສາມາດເຂົ້າຮ່ວມການແຂ່ງຂັນໄດ້. 


ແປໂດຍ: ທູຈາງ