leftcenterrightdel
ຢູ່ບັນດາທ້ອງຖິ່ນຈະດຳເນີນບັ້ນຂົນຂວາຍເຮັດອະນາໄມທຳຄວາມສະອາດຢູ່ຕາມຫາດຊາຍທະເລ. ພາບ: Chinhphu.vn.

ຕອບສະໜອງວັນຊີວະນາໆພັນສາກົນ ວັນທີ 22 ພຶດສະພາ ແລະວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບສູນກາງຊາວໜຸ່ມກອມມູນິດ ໂຮ່ຈິມິນ ແລະບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງບັ້ນຂົນຂວາຍປົກປັກຮັກສາສິ່ງແວດລ້ອມໃນການເຄື່ອນໄຫວທ່ອງທ່ຽວຢູ່  5 ແຂວງ, ນະຄອນແຄມທະເລທາງພາກກາງ (ແທງຮວ໋າ, ເງ້ອານ, ກວາງບີ່ງ, ກວາງຈີ້, ດ່ານັ້ງ) ໃນລະຫວ່າງວັນທີ 18 – 26 ພຶດສະພາ.

ເປົ້າໝາຍຂອງບັ້ນຂົນຂວາຍເພື່ອແນໃສ່ຜັນຂະຫຍາຍການປະຕິບັດບັນດາເອກະສານຂອງພັກ, ລັດ ແລະຂອງຂະແໜງການກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຢ່າງມີປະສິດທິຜົນ; ເພີ່ມທະວີວຽກງານຄຸ້ມຄອງລັດໃນການປົກປັກຮັກສາສິ່ງແວດ ລ້ອມເວົ້າລວມ, ປົກປັກຮັກສາສະພາບແວດລ້ອມແຫ່ງການທ່ອງທ່ຽວເວົ້າສະເພາະ ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ; ຍົກສູງຄວາມຮູ້ ແລະຄວາມຮັບຜິດຊອບຂອງບັນດາຂັ້ນ, ບັນດາຂະແໜງການ, ປະຊາຊົນ, ພິເສດແມ່ນແຂກທ່ອງທ່ຽວຢູ່ບັນດາເຂດ, ສະຖານທີ່ທ່ອງທ່ຽວໃນການຮັກສາ ແລະສ້າງສະພາບລ້ອມແຫ່ງການທ່ອງທ່ຽວໃຫ້ນັບມື້ນັບສີວິໄລ, ສະໜິດສະໜົມ, ສະອາດ ແລະສວຍງາມ.

ພິທີປຸກລະດົມຈະດຳເນີນໃນວັນທີ 18 ພຶດສະພາ ຢູ່ສະໜາມຫຼວງ ບີ່ງມີງ, ເທດສະບານເມືອງ ເກືອລໍ່, ແຂວງ ເງ້ອານ. ພາຍຫຼັງພິທີປຸກລະດົມ, ໃນລະຫວ່າງວັນທີ 18 – 26 ພຶດສະພາ, ຢູ່ບັນດາແຂວງ ແທງຮວ໋າ, ເງ້ອານ, ກວາງບີ່ງ, ກວາງຈີ້, ດ່ານັ້ງ ຈະດຳເນີນບັນດາການເຄື່ອນໄຫວຕອບສະໜອງ ບັ້ນຂົນຂວາຍນີ້.

ແປໂດຍ: ທູຮັ່ງ