leftcenterrightdel
ລາຍການສະແດງສິລະປະໃນພິທີໄຂ. ພາບ: ເວືອງຮ່າ.

ດ້ວຍການເຂົ້າຮ່ວມຂອງນັກສິລະປະ, ນັກສະແດງຂັບແທນ, ນັກດົນຕີພິນຕິງ 300 ຄົນມາຈາກ 14 ແຂວງ, ນະຄອນໃນທົ່ວປະເທດ, ລາຍການສະແດງສິລະປະໃນຄ່ຳຄືນໄຂງານມະໂຫລານໄດ້ນຳມາໃຫ້ຜູ້ຊົມບັນດາງານບຸນທີ່ເປັນມູນເຊື້ອ, ເປັນເອກະລັກສະເພາະ, ເຂັ້ມຂຸ້ນໄປດ້ວຍວັດທະນະທຳຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ ໄຕ່, ນຸ່ງ, ທ໋າຍ ຜ່ານບັນດາທຳນອງຂັບແທນ, ຟ້ອນແທນ, ແລະເຄື່ອງດົນຕີພິນຕິງ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເວືອງຢຸຍບຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ເນັ້ນໜັກວ່າ: “ຂັບແທນ, ການຫຼີ້ນເຄື່ອງດົນຕີພິນຕິງ ໄດ້ປະກອບສ່ວນສ້າງລັກສະນະຫຼາຍຮູບຫຼາຍແບບໃນວັດທະນະທຳ ກໍ່ຄື ໃນການດຳເນີນຊີວິດປະຊາຄົມບັນດາເຜົ່າ”.

 

ແປໂດຍ: ທູຮັ່ງ