leftcenterrightdel
ບັນຍາກາດທີ່ພິທີປຸກລະດົມ. ພາບຈາກ dantri.com.vn.

ລາຍການຮຽກຮ້ອງປະຊາຊົນໃນທົ່ວປະເທດສະໜັບສະໜູນແຫຼ່ງກຳລັງເພື່ອໜູນຊ່ວຍວິທີຫາເງິນລ້ຽງຊີບໃຫ້ຊາວປະມົງທຸກຍາກ, ມອບອຸປະກອນຕິດຕໍ່ສື່ສານ, ຕູ້ຢາປົວພະຍາດໃຫ້ເຮືອຫາປາ; ຈັດຕັ້ງການກວດພະຍາດ, ສະໜອງຢາໂດຍບໍ່ເສຍຄ່າ ແລະຝຶກອົບຮົມທັກສະການ​ປະຖົມພະຍາບານ​ຂັ້ນ​ຕົ້ນໃຫ້ແກ່ຊາວປະມົງ. ປະຊາຊົນສາມາດສະໜັບສະໜູນຜ່ານບັນດາຮູບການ: ສົ່ງຂໍ້ຄວາມຜ່ານປະຕູຖານຂໍ້ມູນເອເລັກໂຕນິກມະນຸດສະທຳແຫ່ງຊາດ; ສະໜັບສະໜູນດ້ວຍວັດຖຸ ແລະໂອນເງິນຜ່ານບັນຊີຂອງສູນກາງສະພາກາແດງຫວຽດນາມ. ລາຍການດຳເນີນແຕ່ວັນທີ 28-4 ຫາວັນທີ 26-6-2018.

ແປໂດຍ: ທູຮັ່ງ