leftcenterrightdel
ບັນດາການເຄື່ອນໄຫວວັດທະນະທຳສິລະປະຢ່າງຟົດຟື້ນ ສະເຫຼີມສະຫຼອງ 64 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນຕອນຄ່ຳວັນທີ 6 ພຶດສະພາ, ທີ່ສະໜາມຫຼວງ 7 ພຶດສະພາ, ນະຄອນ ດ້ຽນບຽນຝູ, ຄະນະກຳມະການປະຊາຊົນແຂວງ ດ້ຽນບຽນຝູ ໄດ້ຈັດຕັ້ງລາຍການສະແດງສິລະປະ “ຊຸມວັນເດືອນປີທີ່ບໍ່ອາດຫຼົງລືມໄດ້” ເພື່ອຂ່ຳນັບຮັບຕ້ອນສະເຫຼີມສະຫຼອງ 64 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ. ບັນດາເມືອງຕ່າງໆຂອງ ຮ່າໂນ້ຍ ກໍ່ມີບັນດາການເຄື່ອນໄຫວໂຄສະນາເຜີຍແຜ່ທີ່ມີຄວາມໝາຍຄື: ໄດ້ປະດັບປຸກລະດົມຄວາມຮູ້ສຶກໂດຍກົງ, ສະແດງວັດທະນະທຳສິລະປະ, ສາຍຮູບເງົາເຄື່ອນທີ່...

ສ່ວນຢູ່ເກີ່ນເທີ, ກໍ່ພວມດຳເນີນງານວາງສະແດງຮູບພາບເພື່ອແນໃສ່ສະເຫຼີມສະຫຼອງ 64 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ໂດຍພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວ ສົມທົບກັບຫໍພິພິທະພັນນະຄອນ ເກີ່ນເທີ  ຈັດຕັ້ງ. ງານວາງສະແດງຈະແກ່ຍາວເຖິງວັນທີ 17 ສິງຫາ. ຫໍພິພິທະພັນແຂວງ ຮືງອຽນ ກໍ່ໄດ້ຈັດຕັ້ງວາງສະແດງຫົວເລື່ອງສະເພາະ “64 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ” ດ້ວຍຮູບພາບ, ວັດຖຸພັນ, ເອກະສານວິທະຍາສາດກວ່າ 300 ຢ່າງ...

 

ແປໂດຍ: ທູຮັ່ງ