leftcenterrightdel
ທ່ານນາງ ຕ່ອງທິຟ໋ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ພ້ອມກັບທ່ານ ຫງວຽນງອັກທ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ. ພາບ: ອຽນຍີ

ເຂົ້າຮ່ວມພິທີໄຂມີທ່ານນາງ ຕ່ອງທິຟ໋ອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ; ທ່ານນາງ ດັ້ງທິງອັກທີ້ງ, ຮອງປະທານປະເທດ; ທ່ານ ຫງວຽນງອັກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ດັ້ງທິງອັກທີ້ງ ເນັ້ນໜັກເຖິງບົດບາດສຳຄັນພິເສດຂອງວັດທະນະທຳບັນດາເຜົ່າ. ໃນໄລຍະປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງໃນປັດຈຸບັນ, ເລື່ອງຢືນຢັນສີສັນວັດທະນະທຳຂອງຊາດມີຄວາມໝາຍ, ທີ່ຕັ້ງນັບມື້ນັບສຳຄັນ. ພັກໄດ້ກຳນົດທິດກ່ຽວກັບການສ້າງຕັ້ງ ແລະພັດທະນາພື້ນຖານວັດທະນະທຳ ຫວຽດນາມ ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ວັດທະນະທຳມະນຸດ, ປະຊາທິປະໄຕ ແລະວິທະຍາສາດ. ລັດກໍ່ໄດ້ມີບັນດາແຜນນະໂຍບາຍ, ນະໂຍບາຍຊົນເຜົ່າ, ບັນດາການເຄື່ອນໄຫວມີປະສິດທິຜົນຢ່າງແທດຈິງຫຼາຍຢ່າງເພື່ອຮັກສາບັນດາຄຸນຄ່າວັດທະນະທຳຂອງຊາດ. ໃນນັ້ນມີເລື່ອງລັດຖະບານຖືເອົາວັນທີ 19 ເມສາ ແຕ່ລະປີເປັນວັນວັດທະນະທຳບັນດາເຜົ່າຫວຽດນາມ ແລະລົງທຶນເຂົ້າໂຄງການໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ ເພື່ອແນໃສ່ອະນຸລັກຮັກສາ, ເສີມຂະຫຍາຍ ແລະເຊີດຊູຄຸນຄ່າວັດທະນະທຳບັນດາເຜົ່າຫວຽດນາມ…

leftcenterrightdel
ລາຍການສະແດງສິລະປະໃນພິທີໄຂວັນວັດທະນະທຳບັນດາເຜົ່າຫວຽດນາມ ປີ 2018. ພາບ: ອຽນຍີ.

ພາຍຫຼັງພິທີໄຂແມ່ນລາຍການສະແດງສີລະປະວັດທະນະທຳບັນດາເຜົ່າ. ລວມມີ 6 ລາຍການສະແດງເພື່ອເຊີດຊູລັກສະນະການສະແດງເທິງເວທີ, ຜ່ານນັ້ນແນະນຳ, ໂຄສະນາເຜີຍແຜ່ຮູບພາບປະເທດຫວຽດນາມ ດ້ວຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະເປັນຫຼາຍຮູບຫຼາຍແບບ, ອຸດົມສົມບູນຂອງປະຊາຄົມບັນດາເຜົ່າຫວຽດນາມ.

ໃນວັນດຽວກັນ, ໃນຂອບເຂດວັນວັດທະນະທຳບັນດາເຜົ່າຫວຽດນາມ ໄດ້ດຳເນີນກອງປະຊຸມສະຫຼຸບ 10 ປີແຫ່ງການປະຕິບັດຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບວັນວັດທະນະທຳບັນດາເຜົ່າຫວຽດນາມ.

ວັນວັດທະນະທຳບັນດາເຜົ່າຫວຽດນາມ ປີ 2018 ໄດ້ຈັດຕັ້ງໃນລະຫວ່າງວັນທີ 19-22 ເມສາ ດ້ວຍບັນດາການເຄື່ອນໄຫວຫຼາຍຢ່າງຄື: ງານວາງສະແດງ 10 ປີແຫ່ງການໄລຍະທາງວັນວັດທະນະທຳບັນດາເຜົ່າຫວຽດນາມ; ວາດພາບບຸນປີໃໝ່ Chôl Chnăm Thmây.

 

ແປໂດຍ: ທູຮັ່ງ