ຕອນຄ່ໍາວັນທີ 18 ເມສາ, ທີ່ສວນສາທາລະນະ 23-9 (ເມືອງ 1, ນະຄອນ ໂຮ່ຈິມິນ), ຄະນະກໍາມະການປະຊາຊົນນະຄອນ ໂຮ່ຈິມິນ ຈັດຕັ້ງພິທີໄຂລາຍການພົບປະແລກປ່ຽນວັດທະນະທໍາ, ການຄ້າບັນດາປະເທດອາຊຽນ 2018.

leftcenterrightdel
ການສະແດງສິລະປະໃນລາຍການພົບປະແລກປ່ຽນວັດທະນະທໍາ, ການຄ້າບັນດາປະເທດອາຊຽນ 2018. ພາບ: ມິງເງິນ.

ລາຍການແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ແລະບັນດາປະເທດອາຊຽນພົບປະແລກປ່ຽນ, ໂຄສະນາຜະລິດຕະພັນ, ຜ່ານນັ້ນສືບຕໍ່ຊຸກຍູ້ການສົ່ງເສີມການຄ້າພາຍໃນກຸ່ມ.

leftcenterrightdel
ພິທີການໄຂລາຍການພົບປະແລກປ່ຽນວັດທະນະທໍາ, ການຄ້າບັນດາປະເທດອາຊຽນ 2018. ພາບ: ມິງເງິນ.

ນີ້ກໍ່ແມ່ນໂອກາດເພື່ອໃຫ້ຊາວນະຄອນ ໂຮ່ຈິມິນ ແລະແຂກທ່ອງທ່ຽວສາກົນມີໂອກາດສໍາຜັດກັບບັນດາສິນຄ້າທີ່ມີຄຸນນະພາບສູງ, ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທໍາທີ່ມີຫຼາຍຮູບຫຼາຍແບບ, ຮັບປະທານອາຫານຫຼາຍເຍື່ອງທີ່ມາຈາກບັນດາປະເທດແຕກຕ່າງກັນ. ລາຍການຈະແກ່ຍາວເຖິງວັນທີ 22 ເມສາ ດ້ວຍຮ້ານວາງສະແດງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ ແລະອາຫານພື້ນເມືອງຂອງບັນດາປະເທດອາຊຽນຈໍານວນກວ່າ 100 ຮ້ານ...

ແປໂດຍ: ຮວ່າງເຈື່ອງ