leftcenterrightdel
ງານບຸນປື້ມດຶງດູດການເຂົ້າຮ່ວມຂອງຜູ້ອ່ານເປັນຈຳນວນຫຼວງຫຼາຍ. ພາບ: ຮ່າມດານ

ໃນປີ 2018, ວັນປື້ມຫວຽດນາມ ມີຂອບຂະໜາດໃຫຍ່ກວ່າທຽບໃສ່ຊຸມປີກ່ອນ, ກະກຽມໃຫ້ການສະຫຼຸບ 5 ປີແຫ່ງການປະຕິບັດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບວັນປື້ມຫວຽດນາມ, ຕີລາຄາບັນດາຜົນງານທີ່ບັນລຸໄດ້ຂອງວັນປ້ືມໃນທົ່ວປະເທດ, ສະເໜີມາດຕະການແກ້ໄຂເພື່ອໃຫ້ວັນປື້ມຈະດຳເນີນຢ່າງມີປະສິດທິຜົນກວ່າໃນຊຸມປີຈະມາເຖິງ. ວັນບຸນປື້ມດຳເນີນໃນລະຫວ່າງວັນທີ 18-24 ເມສາ, ດ້ວຍການເຂົ້າຮ່ວມຂອງ 100 ຮ້ານວາງສະແດງ, ແນະນຳ ແລະຈຳໜ່າຍປື້ມໃໝ່, ປື້ມມ່ວນ, ປື້ມມີຄຸນຄ່ານັບພັນເຫຼັ້ມ, ພ້ອມກັນນັ້ນຍັງມີບັນດາການເຄື່ອນໄຫວພົບປະແລກປ່ຽນ, ໂອ້ລົມສົນທະນາກ່ຽວກັບປື້ມຂອງບັນດາໂຮງພິມຈຳໜ່າຍ, ບໍລິສັດຈຳໜ່າຍປື້ມ

ແປໂດຍ: ທູຮັ່ງ