ດ້ວຍຫົວຂໍ້ “ປ້ືມ, ຄວາມຮູ້ພື້ນຖານໃຫ້ແກ່ນັກຮົບ”, ຫໍສະໝຸດເຄື່ອນທີ່ ໄດ້ຮັບການຈັດຕັ້ງຢູ່ກອງພັນ 4, ກອງພົນນ້ອຍ 144, ກົມໃຫຍ່ເສນາທິການ ດ້ວຍປື້ມ, ໜັງສືພິມກວ່າ 1.000 ຫົວ, ພົ້ນເດັ່ນແມ່ນປື້ມກ່ຽວກັບແບບຢ່າງຄຸນສົມບັດປະທານໂຮ່ຈິມິນ ແລະກ່ຽວກັບປະຫວັດສາດອັນພິລະອາດຫານ, ມູນເຊື້ອອັນສະຫງ່າຜ່າເຜີຍຂອງກອງທັບປະຊາຊົນຫວຽດນາມ.

leftcenterrightdel
ພະນັກງານ, ນັກຮົບກອງພົນນ້ອຍ 144 ຢ້ຽມຊົມ ແລະອ່ານປື້ມຢູ່ຫໍສະໝຸດເຄື່ອນທີ່. ພາບ: ຢຸຍວັນ.

ທີ່ພິທີໄຂ, ພະນັກງານ, ນັກຮົບກອງພັນ 4, ກອງພົນນ້ອຍ 144 ມີໂອກາດໄດ້ພົບປະແລກປ່ຽນກັບທ່ານ ປອ ຫງວຽນແມ້ງຮຸ່ງ, ປະທານສະພາບໍລິຫານ, ຜູ້ອໍານວຍການໃຫຍ່ບໍລິສັດຫຸ້ນສ່ວນປື້ມ ຖ໋າຍຮ່າ. ພ້ອມກັບພິທີໄຂຫໍສະໝຸດເຄື່ອນທີ່, ພະນັກງານ, ນັກຮົບກອງພັນ 4, ກອງພົນນ້ອຍ 144 ຍັງເຂົ້າຮ່ວມການເຄື່ອນໄຫວໂຄສະນາເຜີຍແຜ່ກ່ຽວກັບປະຫວັດຄວາມເປັນມາຂອງກົມໃຫຍ່ເສນາທິການ ອີກດ້ວຍ.

ແປໂດຍ: ຮວ່າງເຈື່ອງ