ນີ້ແມ່ນການເຄື່ອນໄຫວແນໃສ່ສະເຫຼີມສະຫຼອງວັນປື້ມຫວຽດນາມ (21-4) ປີ 2018, 43 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975/30-4-2018).

leftcenterrightdel
ບັນດາຜູ້ແທນ ຢ້ຽມຊົມງານວາງສະແດງ. ພາບ: ຮວ່າງຮວ່າງ

ດ້ວຍສື່ສິ່ງພິມ 700 ສະບັບ, ງານວາງສະແດງປະກອບດ້ວຍ 6 ພາກ: ອ່ານ ແລະຮໍ່າຮຽນຕາມແບບຢ່າງລຸງໂຮ່ ຜູ້ຍິ່ງໃຫຍ່; ປະທານ ໂຮ່ຈິມິນ-ຜູ້ເປັນພໍ່ທີ່ຮັກແພງຂອງກໍາລັງປະກອບອາວຸດ; ປະຫວັດສາດອັນອົງອາດກ້າຫານ, ມູນເຊື້ອອັນສະຫງ່າງາມ ຂອງກອງທັບປະຊາຊົນຫວຽດນາມ; ສິລະປະຍຸດບັ້ນຮົບມະຫາໄຊລະດູບານໃໝ່ປີ 1975; ເຄື່ອງສຳພາລະຂອງນັກຮົບໃນປັດຈຸບັນ; ສົມເປັນທະຫານລຸງໂຮ່.

leftcenterrightdel
ບັນດາຜູ້ແທນພົບປະແລກແປ່ຽນກັບເພື່ອນຜູ້ອ່ານ. ພາບ:  ແຄ໋ງຮວ່ຽນ

ເນື່ອງໃນໂອກາດນີ້, ຫໍສະໝຸດກອງທັບ ຍັງຈັດຕັ້ງງານພົບປະແລກປ່ຽນກັບນັກປະພັນ, ບົດປະພັນ, ແນະນໍາປື້ມໃໝ່ “ເລຈ້ຽວ-ຊີວິດແມ່ນການສູ້ຮົບ”.

ງານວາງສະແດງດໍາເນີນຮອດວັນທີ 30 ເມສາ ຈຶ່ງອັດລົງ.

 

ແປໂດຍ: ກວຽດເຕີມ